
ເວັບໄຊນີ້ກ່ຽວກັບຫຍັງ?
ຕອບແບບງ່າຍດາຍ. ເວັບໄຊນີ້ກ່ຽວກັບມາດຕະຖານການທ່ອງທ່ຽວອາຊຽນເພື່ອເຮັດໃຫ້ທ່ານສາມາດປັບປຸງຄຸນນະພາບທຸລະກິດຂອງທ່ານຄຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມ, ເຮັດໃຫ້ນັກທ່ອງທ່ຽວໄດ້ຮັບປະສົບການການທ່ອງທ່ຽວທີ່ປະທັບໃຈໃນການຮັບຕ້ອນຂອງທ່ານ. ມາດຕະຖານການທ່ອງທ່ຽວອາຊຽນຢູ່ໃນເວັບໄຊນີ້ ແມ່ນມາດຕະຖານການທ່ອງທ່ຽວອາຊຽນຢ່າງເປັນທາງການໃນ ສປປ ລາວ. ຖ້າທຸລະກິດການທ່ອງທ່ຽວຂອງທ່ານສອດຄ່ອງກັບເງື່ອນໄຂ ແລະ ມາດຕະຖານການທ່ອງທ່ຽວອາຊຽນ ທ່ານກໍຈະໄດ້ຮັບການຮັບຮອງມາດຕະຖານການທ່ອງທ່ຽວອາຊຽນ. ທ່ານອາດຈະໄດ້ຮັບການສະເໜີຊື່ໃຫ້ຂຶ້ນຮັບລາງວັນເທີງເວທີໃນກອງປະຊຸມການທ່ອງທ່ຽວອາຊຽນປະຈຳປີອີກດ້ວຍ.

ຜົນປະໂຫຍດເມື່ອໄດ້ຮັບລາງວັນ
ມາດຕະຖານການທ່ອງທ່ຽວອາຊຽນ
ມາດຕະຖານການທ່ອງທ່ຽວອາຊຽນ
ການໄດ້ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ ຈະໄດ້ຮັບຜົນປະໂຫຍດຫຼາຍໆດ້ານ ເປັນຕົ້ນແມ່ນ ສະພາບການທ່ອງທ່ຽວໄດ້ຮັບການປັບປຸງໃຫ້ດີຂຶ້ນໃນລະດັບສາກົນ, ສ້າງຄວາມປະທັບໃຈໃຫ້ນັກທ່ອງທ່ຽວ, ສາມາດຂະຫຍາຍການຕະຫຼາດໃຫ້ກວ້າງຂວາງ ແລະ ມີຈໍານວນນັກທ່ອງທ່ຽວເຂົ້າມານໍາໃຊ້ການບໍລິການການທ່ອງທ່ຽວຫຼາຍຂຶ້ນ. ຜູ້ປະກອບການ/ສະຖານທີ່ທີ່ໄດ້ຮັບລາງວັນ ຈະໄດ້ຮັບແຜ່ນປ້າຍຊື່ ແລະ ໂລໂກ້ມາດຕະຖານການທ່ອງທ່ຽວອາຊຽນ ຢ່າງເປັນທາງການ ທີ່ສາມາດນໍາໃຊ້ສໍາລັບເຮັດການຕະຫຼາດ ແລະ ການສົ່ງເສີມການຂາຍທາງອອນລາຍ ແລະ ຍັງມີເຄື່ອງໝາຍການທ່ອງທ່ຽວ ແລະ ການຕິດສະຫຼາກຕິດຢູ່ສະຖານທີ່ດັ່ງກ່າວ ແລະ ຈະຖຶກບັນຈຸເປັນລາຍຊື່ບູລິມະສິດຢູ່ໃນເວັບໄຊທ່ອງທ່ຽວທີ່ເປັນທາງການ ແລະ ຢູ່ໃນສື່ມວນຊົນໃນ ສປປ ລາວ; ໃນລະດັບສາກົນຜູ້ປະກອບການ/ສະຖານທີ່ທີ່ໄດ້ຮັບລາງວັນ ດັ່ງກ່າວຈະມີໃນລາຍຊື່ຢູ່ໃນເວັບໄຊທາງການຂອງກອງເລຂາມາດຕະຖານການທ່ອງທ່ຽວອາຊຽນ (www.asean.org) ແລະ ໄດ້ຮັບການໂຄສະນາໃນເວທີປາໄສການທ່ອງທ່ຽວອາຊຽນປະຈຳປີ, ໃນງານເທດສະການຕ່າງໆ ແລະ ໃນເວທີກອງປະຊຸມທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ກ່ຽວຂ້ອງ.
ລາງວັນມາດຕະຖານ
ການທ່ອງທ່ຽວອາຊຽນປະກອບດ້ວຍ:
ບັນດາຜູ້ປະກອບການທີ່ສົນໃຈຈະຍື່ນສະໝັກເພື່ອຂໍຮັບການປະເມີນ ແລະ ຢັ້ງຢືນ ເພື່ອຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ ສາມາດເຂົ້າເບີ່ງລາຍລະອຽດໃນແຕ່ລະມາດຕະຖານການທ່ອງທ່ຽວອາຊຽນໃນທຸລະກິດການທ່ອງທ່ຽວທີ່ກ່ຽວຂ້ອງກັບທ່ານ.
ຂ່າວສານ

ຄວາມຄືບໜ້າຂອງການສ້າງສື່ໂຄສະນາມາດຕະຖານການທ່ອງທ່ຽວອາຊຽນ
ກອງປະຊຸມຜ່ານຮ່າງວິດີໂອໂຄສະນາມາດຕະຖານການທ່ອງທ່ຽວອາຊຽນ ແລະ

5 ຮ້ານສະປາ ທີ່ເຄີຍໄດ້ຮັບລາງວັນມາດຕະຖານການບໍລິການສະປາອາຊຽນ
ໃນປີ 2019 ມີຮ້ານສະປາ 5 ແຫ່ງທີ່ເຄີຍໄດ້ຮັບລາງວັນ

4 ບ້ານພັກທີ່ໄດ້ຮັບມາດຕະຖານເຮືອນພັກແຮມອາຊຽນ
ລາງວັນມາດຕະຖານເຮືອນພັກແຮມອາຊຽນ ປະຈໍາປີ 2019 ທີ່ຜ່ານມາ

2 ລາງວັນມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມອາຊຽນ
ໃນປີ 2019 ທີ່ຜ່ານມາລາງວັນມາດຕະຖານການທ່ອງທ່ຽວ
ການຮ່ວມມື





