
ມາດຕະຖານໂຮງແຮມຂຽວອາຊຽນ
ໃນ ສປປ ລາວ
ອີງຕາມການຂະຫຍາຍຕົວຂອງພາກອຸດສາຫະກໍາການທ່ອງທ່ຽວທົ່ວໂລກ. ໃນປະຈຸບັນນີ້ ທ່າອ່ຽງຂອງການທ່ອງທ່ຽວແບບໃໝ່ແມ່ນເນັ້ນໃສ່ການທ່ອງທ່ຽວແບບມີຄວາມຮັບຜິດຊອບ ແລະ ການທ່ອງທ່ຽວແບບຢຶນຍົງທີ່ເນັ້ນໃສ່ຄໍາວ່າ “ການທ່ອງທ່ຽວແບບສີຂຽວ” ເປັນມິດກັບສິ່ງແວດລ້ອມ.
ມາດຕະຖານໂຮງແຮມຂຽວ
ອາຊຽນແມ່ນຫຍັງ?
ແມ່ນສໍາລັບໂຮງແຮມ ຫຼື ລີສອດທີ່ຕ້ອງການບັນລຸມາດຕະຖານຄວາມຍືນຍົງທາງດ້ານສິ່ງແວດລ້ອມ ແລະ ການປະຢັດພະລັງງານ. ມາດຕະຖານນີ້ຈະສ້າງໃຫ້ມີການປະຕິບັດງານຢ່າງເປັນມືອາຊີບຕໍ່ໂຮງແຮມຂຽວ ເຊັ່ນ ມີແຜນຮັກສາສິ່ງແວດລ້ອມ, ການນໍາໃຊ້ຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມ, ມີການຄຸ້ມຄອງພະນັກງານ ແລະ ສິ່ງແວດລ້ອມ.
ເງື່ອນໄຂຫຼັກຂອງມາດຕະຖານ
ມີຫຍັງແດ່ :
ໂຮງແຮມ/ລີສອດມີແຜນຄຸ້ມຄອງສິ່ງແວດລ້ອມສໍາລັບການດຳເນີນທຸລະກິດໂຮງແຮມ, ສົ່ງເສີມກິດຈະກຳຮັກສາສິ່ງແວດລ້ອມໃຫ້ພະນັກງານໂຮງແຮມ, ລູກຄ້າມາໃຊ້ການບໍລິການຂອງໂຮງແຮມ ແລະ ຜູ້ສະໜອງສິນຄ້າໃຫ້ໂຮງແຮມ ປະກອບສ່ວນໃນການປະຕິບັດຂ້ອງ່ນ: ພະນັກງານ່ອເປັນການຊຸກຍູ້ໃຫ້ພະນັກງໃນໂຮງແຮມການຄຸ້ມຄອງຮັກສາສິ່ງແວດລ້ອມ, ມີແຜນງານໃນການປູກຈິດສຳນຶກ, ຝຶກອົບຮົມໃຫ້ພະນັກງານກ່ຽວກັບການຮັກສາສິ່ງແວດລ້ອມ ແລະ ມີການຕິດຕາມກວດກາການຄຸ້ມຄອງສິ່ງແວດລ້ອມ.


ໂຮງແຮມ/ລີສອດນໍາໃຊ້ເຕັກນິກ ແລະ ອຸປະກອນ ເພື່ອຊ່ວຍໃນການປະຢັດນໍ້າ, ມີການບົວລະບັດຮັກສາເຄື່ອງອຸປະກອນເພື່ອຊ່ວຍປະຢັດນຳ້ຢ່າງເປັນປົກກະຕິ, ຊຸກຍູ້ໃຫ້ແຂກທີ່ມາພັກຢູ່ໂຮງແຮມມີສ່ວນຮ່ວມໃນການປະຢັດນຳ້ ແລະ ຮັບປະກັນຄຸນນະພາບຂອງນຳ້ທີ່ໃຊ້ຢູ່ພາຍໃນໂຮງແຮມ.

ທ່ານສາມາດສະໝັກໄດ້ຜ່ານວິທີການອອນລາຍ ຫລືຢືນເອກະສານດ້ວຍຕົນເອງທ່ານສາມາດເບີ່ງແຖບດ້ານລຸ່ມ
ຂະບວນການສະໝັກທາງເວັບໄຊ
- ຂັ້ນຕອນທີ 1: ຜູ້ສະໝັກຂຽນຂໍ້ມູນລົງໃນໃບສະໝັກແບບອອນລາຍ ແລະ ແບບຟອມປະເມີນຕົນເອງແບບອອນລາຍ ແລະ ຕິດຄັດ ເອກະສານຕ່າງໆທີ່ກ່ຽວຂ້ອງຜ່ານທາງອອນລາຍ.
- ຂັ້ນຕອນທີ 2: ຜູ້ສະໝັກລໍຖ້າການຕອບຮັບຈາກພາກສ່ວນທີ່ກ່ຽວຂ້ອງ (ພາຍໃນ 1-3 ອາທິດ) ທາງເວັບໄຊ, ໂທລະສັບ ແລະ ອີເມັລ.
- ຂັ້ນຕອນທີ 3: ຄະນະກໍາມະການຈາກກົມກ່ຽວຂ້ອງກະຊວງ ຖວທ ຫຼື ພະແນກ ຖວທ ແຂວງ ລົງປະເມີນຕົວຈິງໃນສະຖານທີ່ຂອງຜູ້ສະໝັກຕາມເວລາທີໄດ້ນັດໝາຍ.
- ຂັ້ນຕອນທີ 4: ຄະນະກໍາມະການແຈ້ງຜົນການປະເມີນຕົວຈິງໃຫ້ຜູ້ສະໝັກຮັບຊາບ (ພາຍໃນ 1-3 ອາທິດ).
- ຂັ້ນຕອນທີ 5: ມອບລາງວັນພ້ອມໃບຢັ້ງຢືນມາດຕະຖານການທ່ອງທ່ຽວອາຊຽນໃຫ້ກັບຜູ້ສະໝັກ.
ຂະບວນການສະໝັກໃນຮູບແບບຍື່ນເອກະສານຢູ່ກົມທີ່ກ່ຽວຂ້ອງ ກະຊວງ ຖວທ ຫຼື ພະແນກ ຖວທ ແຂວງ
- ຂັ້ນຕອນທີ 1: ຜູ້ສະໝັກດາວໂລດ ແບບຟອມສະໝັກ ແລະ ແບບຟອມປະເມີນຕົນເອງ
- ຂັ້ນຕອນທີ 2: ຜູ້ສະໝັກຍື່ນໃບສະໝັກ ແລະ ແບບຟອມປະເມີນຕົນເອງທີ່ໄດ້ໃສ່ຂໍ້ມຸນຄົບຖ້ວນແລ້ວ ພ້ອມກັບເອກະສານຕ່າງໆທີ່ກ່ຽວຂ້ອງ ຢູ່ທີ່ກົມກ່ຽວຂ້ອງກະຊວງ ຖວທ ຫຼື ພະແນກ ຖວທ ແຂວງ
- ຂັ້ນຕອນທີ 3: ຜູ້ສະໝັກລໍຖ້າການຕອບຮັບຈາກພາກສ່ວນທີ່ກ່ຽວຂ້ອງ (ພາຍໃນ 1-3 ອາທິດ) ທາງ ໂທລະສັບ ແລະ ອີເມັລ
- ຂັ້ນຕອນທີ 4: ຄະນະກໍາມະການຈາກກົມກ່ຽວຂ້ອງກະຊວງ ຖວທ ຫຼື ພະແນກ ຖວທ ແຂວງ ລົງປະເມີນຕົວຈິງໃນສະຖານທີ່ຂອງຜູ້ສະໝັກຕາມເວລາທີໄດ້ນັດໝາຍ
- ຂັ້ນຕອນທີ 5: ຄະນະກໍາມະການແຈ້ງຜົນການປະເມີນຕົວຈິງໃຫ້ຜູ້ສະໝັກຮັບຊາບ (ພາຍໃນ 1-3 ອາທິດ)
- ຂັ້ນຕອນທີ 6: ມອບລາງວັນພ້ອມໃບຢັ້ງຢືນມາດຕະຖານການທ່ອງທ່ຽວອາຊຽນໃຫ້ກັບຜູ້ສະໝັກ.