
ມາດຕະຖານເຮືອນພັກແຮມປະຊາຊົນອາຊຽນ ໃນ ສປປ ລາວ
ໃນພາກພື້ນອາຊຽນ, ກິດຈະກຳເຮືອນພັກແຮມປະຊາຊົນ (Homestay) ຖືໄດ້ວ່າ ເປັນທາງເລືອກດ້ານການທ່ອງທ່ຽວອີກຮູບແບບໜຶ່ງທີ່ຈະເຮັດໃຫ້ນັກທ່ອງທ່ຽວມີໂອກາດໃນການເກັບກ່ຽວປະສົບການ ແລະ ສຳພັດວິຖີຊີວິດແບບທ້ອງຖິ່ນກັບຊຸມຊົນ, ທຳມະຊາດທີ່ສວຍງາມ ແລະ ຮ່ອງຮອຍປະຫວັດສາດຂອງແຫຼ່ງທ່ອງທ່ຽວໃນບໍລິເວນໃກ້ຄຽງ.
ມາດຕະຖານເຮືອນພັກແຮມປະຊາຊົນອາຊຽນ ເເມ່ນຫຍັງ?
ແມ່ນແນໃສ່ສະຖານທີ່ພັກອາໄສແບບເຮືອນພັກແຮມປະຊາຊົນ, ເຊິ່ງແຂກຈະໄດ້ອາໄສພັກເຊົາຢູ່ກັບຄອບຄົວທີ່ເອີ້ນວ່າເຈົ້າພາບ ແລະ ຮຽນຮູ້ວິຖີການດຳລົງຊີວິດປະຈຳວັນຂອງຄອບຄົວ ແລະ ຊຸມຊົນໂດຍທາງກົງ ແລະ ທາງອ້ອມ. ມາດຕະຖານດັ່ງກ່າວແນໃສ່ການໃຫ້ຄວາມສໍາຄັນໄປທີ່ບາງບັນຫາທີ່ສໍາຄັນເປັນຕົ້ນແມ່ນ: ການເປັນເຈົ້າພາບ, ທີ່ພັກ, ກິດຈະກໍາ, ຄວາມເປັນເອກະລັກ, ການບໍລິຫານຈັດການ, ທີ່ຕັ້ງ, ຄວາມປອດໄພ ແລະ ການຮັກສາຄວາມປອດໄພ, ການຕະຫຼາດ ແລະ ຄວາມຍືນຍົງ.
ເງື່ອນໄຂມີຫຍັງແດ່:
ເຮືອນພັກແຮມປະຊາຊົນຢູ່ໃກ້ກັບແຫຼ່ງທ່ອງທ່ຽວທາງທໍາມະຊາດ ແລະ ວັດທະນະທໍາ ແລະ ຜູ້ໃຫ້ບໍລິການເຮືອນພັກແຮມປະຊາຊົນໄດ້ຮັບການຝຶກອົບຮົມກ່ຽວກັບຫຼັກສູດເຮືອນພັກແຮມປະຊາຊົນ.


ທີ່ຕັ້ງຂອງເຮືອນພັກແຮມປະຊາຊົນມີເສັ້ນທາງຄົມມະນາຄົມເຂົ້າເຖິງ ແລະ ຕິດຕັ້ງປ້າຍຊີ້ບອກເພື່ອບອກທາງເຂົ້າຫາບ້ານໃຫ້ແກ່ແຂກຢ່າງລະອຽດ.

ທ່ານສາມາດສະໝັກໄດ້ຜ່ານວິທີການອອນລາຍ ຫລືຢືນເອກະສານດ້ວຍຕົນເອງທ່ານສາມາດເບີ່ງແຖບດ້ານລຸ່ມ
ຂະບວນການສະໝັກທາງເວັບໄຊ
- ຂັ້ນຕອນທີ 1: ຜູ້ສະໝັກຂຽນຂໍ້ມູນລົງໃນໃບສະໝັກແບບອອນລາຍ ແລະ ແບບຟອມປະເມີນຕົນເອງແບບອອນລາຍ ແລະ ຕິດຄັດ ເອກະສານຕ່າງໆທີ່ກ່ຽວຂ້ອງຜ່ານທາງອອນລາຍ
- ຂັ້ນຕອນທີ 2: ຜູ້ສະໝັກລໍຖ້າການຕອບຮັບຈາກພາກສ່ວນທີ່ກ່ຽວຂ້ອງ (ພາຍໃນ 1-3 ອາທິດ) ທາງເວັບໄຊ, ໂທລະສັບ ແລະ ອີເມັລ
- ຂັ້ນຕອນທີ 3: ຄະນະກໍາມະການຈາກກົມກ່ຽວຂ້ອງກະຊວງ ຖວທ ຫຼື ພະແນກ ຖວທ ແຂວງ ລົງປະເມີນຕົວຈິງໃນສະຖານທີ່ຂອງຜູ້ສະໝັກຕາມເວລາທີໄດ້ນັດໝາຍ
- ຂັ້ນຕອນທີ 4: ຄະນະກໍາມະການແຈ້ງຜົນການປະເມີນຕົວຈິງໃຫ້ຜູ້ສະໝັກຮັບຊາບ (ພາຍໃນ 1-3 ອາທິດ)
- ຂັ້ນຕອນທີ 5: ມອບລາງວັນພ້ອມໃບຢັ້ງຢືນມາດຕະຖານການທ່ອງທ່ຽວອາຊຽນໃຫ້ກັບຜູ້ສະໝັກ.
ຮຸບແບບທີ 2: ຂັ້ນຕອນສະໝັກໃນຮູບແບບຍື່ນເອກະສານຢູ່ກົມທີ່ກ່ຽວຂ້ອງ ກະຊວງ ຖວທ ຫຼື ພະແນກ ຖວທ ແຂວງ
- ຂັ້ນຕອນທີ 1: ຜູ້ສະໝັກ download ແບບຟອມສະໝັກ ແລະ ແບບຟອມປະເມີນຕົນເອງ
- ຂັ້ນຕອນທີ 2: ຜູ້ສະໝັກຍື່ນໃບສະໝັກ ແລະ ແບບຟອມປະເມີນຕົນເອງທີ່ໄດ້ໃສ່ຂໍ້ມຸນຄົບຖ້ວນແລ້ວ ພ້ອມກັບເອກະສານຕ່າງໆທີ່ກ່ຽວຂ້ອງ ຢູ່ທີ່ກົມກ່ຽວຂ້ອງກະຊວງ ຖວທ ຫຼື ພະແນກ ຖວທ ແຂວງ
- ຂັ້ນຕອນທີ 3: ຜູ້ສະໝັກລໍຖ້າການຕອບຮັບຈາກພາກສ່ວນທີ່ກ່ຽວຂ້ອງ (ພາຍໃນ 1-3 ອາທິດ) ທາງ ໂທລະສັບ ແລະ ອີເມັລ
- ຂັ້ນຕອນທີ 4: ຄະນະກໍາມະການຈາກກົມກ່ຽວຂ້ອງກະຊວງ ຖວທ ຫຼື ພະແນກ ຖວທ ແຂວງ ລົງປະເມີນຕົວຈິງໃນສະຖານທີ່ຂອງຜູ້ສະໝັກຕາມເວລາທີໄດ້ນັດໝາຍ
- ຂັ້ນຕອນທີ 5: ຄະນະກໍາມະການແຈ້ງຜົນການປະເມີນຕົວຈິງໃຫ້ຜູ້ສະໝັກຮັບຊາບ (ພາຍໃນ 1-3 ອາທິດ)
- ຂັ້ນຕອນທີ 6: ມອບລາງວັນພ້ອມໃບຢັ້ງຢືນມາດຕະຖານການທ່ອງທ່ຽວອາຊຽນໃຫ້ກັບຜູ້ສະໝັກ.
