ມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມອາຊຽນ
ມາດຕະຖານນີ້ຈະຊ່ວຍສ້າງປະສົບການນັກທ່ອງທ່ຽວທີ່ມີຄຸນນະພາບ, ສະແດງໃຫ້ເຫັນວິຖີຊີວິດຂອງຊຸມຊົນ ແລະ ຊັບສິນທາງທໍາມະຊາດ ແລະ ວັດທະນະທໍາໃນລັກສະນະປະຈຸບັນ, ປອດໄພ ແລະ ຫນ້າສົນໃຈ.
ມາດຕະຖານນີ້ສາມາດນຳໃຊ້ໄດ້ກັບຂໍ້ລິເລີ່ມການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມທົ່ວປະເທດລາວ ເພື່ອເປັນ ມາດຕະຖານການປະຕິບັດຕົວຈິງ.

ສິ່ງທີ່ທ່ານຈໍາເປັນຕ້ອງຮູ້
ສໍາລັບການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມທີ່ຈະໄດ້ຮັບລາງວັນມາດຕະຖານ, ຕ້ອງຜ່ານມາດຕະຖານທີ່ຈໍາເປັນເບື້ອງຕົ້ນດັ່ງຕໍ່ໄປນີ້:
- ຄະນະຮັບຜິດຊອບການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມຕ້ອງຖືກຄັດເລືອກໃຫ້ມາເປັນຕົວແທນໃຫ້ແກ່ຊຸມຊົນ ແລະ ປະສານງານການຈັດຕັ້ງປະຕິບັດກິດຈະກຳຕ່າງໆຢູ່ພາຍໃນຊຸມຊົນນັ້ນ;
- ສະມາຊິກຄະນະຮັບຜິດຊອບຂອງການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມຈະຕ້ອງເປັນບຸກຄົນທີ່ບໍ່ເຄີຍຖືກຕ້ອງຄະ ດີໃດໆມາກ່ອນ;
- ວຽກງານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມລວມມີ: ສະມາຊິກ ແລະ ອະນຸກຳມະການທີ່ຮັບຜິດຊອບ ການບໍລິການ ແລະ ຜະລິດຕະພັນການທ່ອງທ່ຽວ ທີ່ໄດ້ລະບຸໄວ້ນັ້ນ.
- ຄະນະກຳມະການຂອງການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ສຳເລັດການປະເມີນຕົນເອງ
- ວຽກງານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ໄດ້ລົງທະບຽນກັບກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ຫຼື ພະແນກ ຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ;
- ພາຍຫຼັງທີ່ໄດ້ມີການລົງທະບຽນ ຫລື ໄດ້ຈັດຕັ້ງປະຕິບັດວຽກງານຢ່າງໜ້ອຍ 1 ປີ;
- ເພື່ອໄດ້ຮັບການຮັບຮອງມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ຈະຕ້ອງໄດ້ຜ່ານການປະເມີນ ແລະ ຢັ້ງຢືນ ໂດຍກະຊວງ ຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ຫຼື ພະແນກ ຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ.
ທ່ານສາມາດສະໝັກໄດ້ຜ່ານວິທີການອອນລາຍຢືນເອກະສານດ້ວຍຕົນເອງທ່ານສາມາດເບີ່ງແຖບດ້ານລຸ່ມ
ຮຸບແບບທີ 1: ຂັ້ນຕອນສະໝັກທາງເວັບໄຊ
- ຂັ້ນຕອນທີ 1: ອົງການຈັດຕັ້ງຜູ້ຮັບຜິດຊອບ download ແບບຟອມປະເມີນຕົນເອງ
- ຂັ້ນຕອນທີ 2: ອົງການຈັດຕັ້ງຜູ້ຮັບຜິດຊອບດໍາເນີນການປະເມີນຕົນເອງໂດຍອີງຕາມແບບຟອມ (ທ່ານສາມາດປຶກສາກັບ ກົມກ່ຽວຂ້ອງ ກະຊວງ ຖວທ ແລະ ພະແນກ ຖວທ ແຂວງ ເພື່ອຂໍຄໍາແນະນໍາເພີ່ມເຕີມ)
- ຂັ້ນຕອນທີ 3: ອົງການຈັດຕັ້ງຜູ້ຮັບຜິດຊອບຍື່ນໃບສະໝັກແບບອອກລາຍ ແລະ ແບບຟອມປະເມີນຕົນເອງແບບອອນລາຍ ພ້ອມກັບເອກະສານຄັດຕິດທາງເວັບໄຊ.
- ຂັ້ນຕອນທີ 4: ອົງການຈັດຕັ້ງຜູ້ຮັບຜິດຊອບລໍຖ້າການຕອບຮັບຈາກພາກສ່ວນທີ່ກ່ຽວຂ້ອງ (ພາຍໃນ 1-3 ອາທິດ) ທາງ ໂທລະສັບ/ອີເມັລ/online
- ຂັ້ນຕອນທີ 5: ຄະນະກໍາມະການລົງປະເມີນຕົວຈິງ ຕາມເວລາທີນັດໝາຍ
- ຂັ້ນຕອນທີ 6: ແຈ້ງຜົນການປະເມີນຕົວຈິງໃຫ້ອົງການຈັດຕັ້ງຜູ້ຮັບຜິດຊອບຮັບຊາບ (ພາຍໃນ 1-3 ອາທິດ) ທາງ ໂທລະສັບ/ອີເມັລ/online
- ຂັ້ນຕອນທີ 7: ມອບລາງວັນພ້ອມໃບຢັ້ງຢືນມາດຕະຖານການທ່ອງທ່ຽວອາຊຽນ
ຮຸບແບບທີ 2: ຂັ້ນຕອນສະໝັກໃນຮູບແບບຍື່ນເອກະສານຢູ່ກົມທີ່ກ່ຽວຂ້ອງ ກະຊວງ ຖວທ ຫຼື ພະແນກ ຖວທ ແຂວງ
- ຂັ້ນຕອນທີ 1: ອົງການຈັດຕັ້ງຜູ້ຮັບຜິດຊອບ download ແບບຟອມສະໝັກ ແລະ ແບບຟອມປະເມີນຕົນເອງ
- ຂັ້ນຕອນທີ 2: ອົງການຈັດຕັ້ງຜູ້ຮັບຜິດຊອບດໍາເນີນການປະເມີນຕົນເອງໂດຍອີງຕາມແບບຟອມ (ທ່ານສາມາດປຶກສາກັບ ກົມກ່ຽວຂ້ອງ ກະຊວງ ຖວທ ແລະ ພະແນກ ຖວທ ແຂວງ ເພື່ອຂໍຄໍາແນະນໍາເພີ່ມເຕີມ)
- ຂັ້ນຕອນທີ 3: ອົງການຈັດຕັ້ງຜູ້ຮັບຜິດຊອບຍື່ນໃບສະໝັກ ແລະ ແບບຟອມປະເມີນຕົນເອງ ພ້ອມກັບເອກະສານຄັດຕິດຢູ່ກົມທີ່ກ່ຽວຂ້ອງ ກະຊວງ ຖວທ ຫຼື ພະແນກ ຖວທ ແຂວງ
- ຂັ້ນຕອນທີ 4: ອົງການຈັດຕັ້ງຜູ້ຮັບຜິດຊອບລໍຖ້າການຕອບຮັບຈາກພາກສ່ວນທີ່ກ່ຽວຂ້ອງ (ພາຍໃນ 1-3 ອາທິດ) ທາງ ໂທລະສັບ ແລະ ອີເມັລ
- ຂັ້ນຕອນທີ 5: ຄະນະກໍາມະການລົງປະເມີນຕົວຈິງ ຕາມເວລາທີນັດໝາຍ
- ຂັ້ນຕອນທີ 6: ແຈ້ງຜົນການປະເມີນຕົວຈິງໃຫ້ອົງການຈັດຕັ້ງຜູ້ຮັບຜິດຊອບຮັບຊາບ (ພາຍໃນ 1-3 ອາທິດ)
- ຂັ້ນຕອນທີ 7: ມອບລາງວັນພ້ອມໃບຢັ້ງຢືນມາດຕະຖານການທ່ອງທ່ຽວອາຊຽນ
