ລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ ໃນ ສປປ ລາວ

ລາງວັນການທ່ອງທ່ຽວແບບຍືນຍົງຂອງອາຊຽນ (ASTA) ແມ່ນອອກແບບມາເພື່ອຢັ້ງຢືນວ່າຈຸດໝາຍປາຍທາງບ່ອນດຽວທີ່ບັນລຸຫຼາຍມາດຕະຖານການທ່ອງທ່ຽວອາຊຽນ.

Image
Image
ທ່ານສາມາດສະໝັກໄດ້ຜ່ານວິທີການອອນລາຍຢືນເອກະສານດ້ວຍຕົນເອງທ່ານສາມາດເບີ່ງແຖບດ້ານລຸ່ມ
ຮຸບແບບທີ 1: ຂັ້ນຕອນສະໝັກທາງເວັບໄຊ

  • ຂັ້ນຕອນທີ 1: ອົງການຈັດຕັ້ງຜູ້ຮັບຜິດຊອບ download ແບບຟອມປະເມີນຕົນເອງ
  • ອົງການຈັດຕັ້ງຜູ້ຮັບຜິດຊອບດໍາເນີນການປະເມີນຕົນເອງໂດຍອີງຕາມແບບຟອມ (ທ່ານສາມາດປຶກສາກັບ ກົມກ່ຽວຂ້ອງ ກະຊວງ ຖວທ ແລະ ພະແນກ ຖວທ ແຂວງ ເພື່ອຂໍຄໍາແນະນໍາເພີ່ມເຕີມ)
  • ຂັ້ນຕອນທີ 3: ອົງການຈັດຕັ້ງຜູ້ຮັບຜິດຊອບຍື່ນໃບສະໝັກແບບອອນລາຍ ແລະ ແບບຟອມປະເມີນຕົນເອງແບບອອນລາຍ ພ້ອມກັບເອກະສານຄັດຕິດທາງເວັບໄຊ.
  • ຂັ້ນຕອນທີ 4: ອົງການຈັດຕັ້ງຜູ້ຮັບຜິດຊອບລໍຖ້າການຕອບຮັບຈາກພາກສ່ວນທີ່ກ່ຽວຂ້ອງ (ພາຍໃນ 1-3 ອາທິດ) ທາງ ໂທລະສັບ/ອີເມັລ/online
  • ຂັ້ນຕອນທີ 5: ຄະນະກໍາມະການລົງປະເມີນຕົວຈິງ ຕາມເວລາທີນັດໝາຍ
  • ຂັ້ນຕອນທີ 6: ແຈ້ງຜົນການປະເມີນຕົວຈິງໃຫ້ອົງການຈັດຕັ້ງຜູ້ຮັບຜິດຊອບຮັບຊາບ (ພາຍໃນ 1-3 ອາທິດ) ທາງ ໂທລະສັບ/ອີເມັລ/online
  • ຂັ້ນຕອນທີ 7: ມອບລາງວັນພ້ອມໃບຢັ້ງຢືນມາດຕະຖານການທ່ອງທ່ຽວອາຊຽນ
ຮຸບແບບທີ 2: ຂັ້ນຕອນສະໝັກໃນຮູບແບບຍື່ນເອກະສານຢູ່ກົມທີ່ກ່ຽວຂ້ອງ ກະຊວງ ຖວທ ຫຼື ພະແນກ ຖວທ ແຂວງ

  • ຂັ້ນຕອນທີ 1: ອົງການຈັດຕັ້ງຜູ້ຮັບຜິດຊອບ download ແບບຟອມສະໝັກ ແລະ ແບບຟອມປະເມີນຕົນເອງ
  • ຂັ້ນຕອນທີ 2: ອົງການຈັດຕັ້ງຜູ້ຮັບຜິດຊອບດໍາເນີນການປະເມີນຕົນເອງໂດຍອີງຕາມແບບຟອມ (ທ່ານສາມາດປຶກສາກັບ ກົມກ່ຽວຂ້ອງ ກະຊວງ ຖວທ ແລະ ພະແນກ ຖວທ ແຂວງ ເພື່ອຂໍຄໍາແນະນໍາເພີ່ມເຕີມ)
  • ຂັ້ນຕອນທີ 3: ອົງການຈັດຕັ້ງຜູ້ຮັບຜິດຊອບຍື່ນໃບສະໝັກ ແລະ ແບບຟອມປະເມີນຕົນເອງ ພ້ອມກັບເອກະສານຄັດຕິດຢູ່ກົມທີ່ກ່ຽວຂ້ອງ ກະຊວງ ຖວທ ຫຼື ພະແນກ ຖວທ ແຂວງ
  • ຂັ້ນຕອນທີ 4: ອົງການຈັດຕັ້ງຜູ້ຮັບຜິດຊອບລໍຖ້າການຕອບຮັບຈາກພາກສ່ວນທີ່ກ່ຽວຂ້ອງ (ພາຍໃນ 1-3 ອາທິດ) ທາງ ໂທລະສັບ ແລະ ອີເມັລ
  • ຂັ້ນຕອນທີ 5: ຄະນະກໍາມະການລົງປະເມີນຕົວຈິງ ຕາມເວລາທີນັດໝາຍ
  • ຂັ້ນຕອນທີ 6: ແຈ້ງຜົນການປະເມີນຕົວຈິງໃຫ້ອົງການຈັດຕັ້ງຜູ້ຮັບຜິດຊອບຮັບຊາບ (ພາຍໃນ 1-3 ອາທິດ)
  • ຂັ້ນຕອນທີ 7: ມອບລາງວັນພ້ອມໃບຢັ້ງຢືນມາດຕະຖານການທ່ອງທ່ຽວອາຊຽນ

ດາວໂຫລດແບບຟອມແຕ່ລະພາສາ:

  • ຟອມສະໝັກ
     English |  Lao
  • ແບບຟອມການປະເມີນຕົນເອງ
     English |  Lao
  • ຮຽນຮູ້ລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ
     English |  Lao
Image

ບັນຊີລາຍຊື່ຄູປະເມີນມາດຕະຖານການທ່ອງທ່ຽວອາຊຽນ ແລະ ລະດັບຊາດ ຂອງ ສປປ ລາວ

ຄູປະເມີນລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ

ທ່ານ ນາງ ຈໍາພອນ ວົງສາ

  • ຄູປະເມີນລາງວັນການທ່ອງທ່ຽວແບບ
    ຍືນຍົງອາຊຽນ
  • ຄູປະເມີນມາດຕະຖານເມືອງທ່ອງທ່ຽວສະອາດ
    ອາຊຽນ

ທ່ານ ສາຍສະໝອນ ສິງບັນດິດ

  • ຄູປະເມີນລາງວັນການທ່ອງທ່ຽວແບບ
    ຍືນຍົງອາຊຽນ

ທ່ານ ນາງ ມະນີສາຄອນ ທໍາມະວົງໄຊ

  • ຄູປະເມີນລາງວັນການທ່ອງທ່ຽວແບບຍືນຍົງ
    ອາຊຽນ

ທ່ານ ນາງ ຈິນຕະນາ ພົມສາຫວັນ

  • ຄູປະເມີນລາງວັນການທ່ອງທ່ຽວແບບ
    ຍືນຍົງອາຊຽນ

ທ່ານ ນາງ ພອນມະນີ ສຸຂະທໍາມະວົງ

  • ຄູປະເມີນລາງວັນການທ່ອງທ່ຽວແບບ
    ຍືນຍົງອາຊຽນ
  • ຄູປະເມີນລາງວັນມາດຕະຖານເຮືອນພັກແຮມ
    ອາຊຽນ

ທ່ານ ນາງ ມີດດາວອນ ດາລາວັນ

  • ຄູປະເມີນລາງວັນການທ່ອງທ່ຽວແບບ
    ຍືນຍົງອາຊຽນ

ຄູປະເມີນມາດຕະຖານລະດັບຊາດ

ທ່ານ ທິດພະສອນ ສຸວັນນະພົງ

  • ຄູປະເມີນລາງວັນການທ່ອງທ່ຽວແບບ
    ຍືນຍົງອາຊຽນລະດັບຊາດ

ທ່ານ ນາງ ພິດສະໄໝ ພົມວິສິດໄຊ

  • ຄູປະເມີນລາງວັນການທ່ອງທ່ຽວແບບຍືນຍົງອາຊຽນລະດັບຊາດ

ທ່ານ ທະນົງສັກ ທອງດາລາ

  • ຄູປະເມີນລາງວັນການທ່ອງທ່ຽວແບບຍືນຍົງ
    ອາຊຽນລະດັບຊາດ