
ມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມອາຊຽນ ໃນ ສປປ ລາວ
ການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ແມ່ນກິດຈະກໍາການທ່ອງທ່ຽວໜຶ່ງທີ່ຊຸມຊົນທ້ອງຖິ່ນເປັນເຈົ້າຂອງ, ບໍລິຫານ ແລະ ຄຸ້ມຄອງ ຫຼື ປະສານງານຢູ່ຂັ້ນທ້ອງຖິ່ນທີ່ຊ່ວຍເຮັດໃຫ້ຊີວິດການເປັນຢູ່ຂອງຊຸມຊົນດີຂຶ້ນ, ອະນຸລັກຮີດຄອງປະເພນີ ແລະ ປົກປັກຮັກສາຊັບພະຍາກອນທໍາມະຊາດ ແລະ ມໍລະດົກດ້ານວັດທະນະທໍາ.
ມາດຕະຖານ
ຈະຊ່ວຍຍົກສູງຄຸນນະພາບຂອງການບໍລິການ, ປັບປຸງສິ່ງອຳນວຍຄວາມສະດວກ ແລະ ພັດທະນາຊັບພະຍາກອນມະນຸດໃນວຽກງານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ໂດຍການວາງທິດທາງທີ່ມີການບໍລິຫານຈັດການທີ່ດີກວ່າເກົ່າເພື່ອກ້າວໄປສູ່ການຄຸ້ມຄອງໃນລະດັບມືອາຊີບ ເພື່ອສ້າງປະສົບການທີ່ມີຄຸນນະພາບໃຫ້ແກ່ຜູ້ຢ້ຽມຢາມໂດຍສະແດງເຖິງຄວາມອຸດົມສົມບູນຂອງຊັບພະຍາກອນທ້ອງຖິ່ນ, ວິຖີຊີວິດທີ່ເປັນເອກະລັກຂອງປະຊາຊົນລາວບັນດາເຜົ່າ, ທີ່ມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມປອດໄພ ແລະ ໜ້າສົນໃຈ.

ສິ່ງທີ່ທ່ານຈໍາເປັນຕ້ອງຮູ້
ສໍາລັບການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມທີ່ຈະໄດ້ຮັບລາງວັນມາດຕະຖານ, ຕ້ອງຜ່ານມາດຕະຖານທີ່ຈໍາເປັນເບື້ອງຕົ້ນດັ່ງຕໍ່ໄປນີ້:
- ຄະນະຮັບຜິດຊອບການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມຕ້ອງຖືກຄັດເລືອກໃຫ້ມາເປັນຕົວແທນໃຫ້ແກ່ຊຸມຊົນ ແລະ ປະສານງານການຈັດຕັ້ງປະຕິບັດກິດຈະກຳຕ່າງໆຢູ່ພາຍໃນຊຸມຊົນນັ້ນ;
- ສະມາຊິກຄະນະຮັບຜິດຊອບຂອງການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມຈະຕ້ອງເປັນບຸກຄົນທີ່ບໍ່ເຄີຍຖືກຕ້ອງຄະ ດີໃດໆມາກ່ອນ;
- ວຽກງານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມລວມມີ: ສະມາຊິກ ແລະ ອະນຸກຳມະການທີ່ຮັບຜິດຊອບ ການບໍລິການ ແລະ ຜະລິດຕະພັນການທ່ອງທ່ຽວ ທີ່ໄດ້ລະບຸໄວ້ນັ້ນ.
- ຄະນະກຳມະການຂອງການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ສຳເລັດການປະເມີນຕົນເອງ
- ວຽກງານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ໄດ້ລົງທະບຽນກັບກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ຫຼື ພະແນກ ຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ;
- ພາຍຫຼັງທີ່ໄດ້ມີການລົງທະບຽນ ຫລື ໄດ້ຈັດຕັ້ງປະຕິບັດວຽກງານຢ່າງໜ້ອຍ 1 ປີ;
- ເພື່ອໄດ້ຮັບການຮັບຮອງມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ຈະຕ້ອງໄດ້ຜ່ານການປະເມີນ ແລະ ຢັ້ງຢືນ ໂດຍກະຊວງ ຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ຫຼື ພະແນກ ຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ.
ເງື່ອນໄຂຫຼັກຂອງມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມອາຊຽນ ມີຄື:
ມີການຄຸ້ມຄອງທີ່ມີປະສິດທິພາບ ແລະ ໂປ່ງໃສ, ໄດ້ຮັບການຮັບຮອງການສ້າງຕັ້ງການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມຢ່າງຖືກຕ້ອງຕາມກົດໝາຍ ແລະ ມີການຮ່ວມມືຂອງບັນດາພາກສ່ວນທີ່ກ່ຽວຂ້ອງທີ່ມີປະສິດທິຜົນ.



ທ່ານສາມາດສະໝັກໄດ້ຜ່ານ ວິທີການອອນລາຍ ຫລື ຢືນເອກະສານດ້ວຍຕົນເອງທ່ານສາມາດເບີ່ງແຖບດ້ານລຸ່ມ
ຮຸບແບບທີ 1: ຂັ້ນຕອນສະໝັກທາງເວັບໄຊ
- ຂັ້ນຕອນທີ 1: ອົງການຈັດຕັ້ງຜູ້ຮັບຜິດຊອບ download ແບບຟອມປະເມີນຕົນເອງ
- ຂັ້ນຕອນທີ 2: ອົງການຈັດຕັ້ງຜູ້ຮັບຜິດຊອບດໍາເນີນການປະເມີນຕົນເອງໂດຍອີງຕາມແບບຟອມ (ທ່ານສາມາດປຶກສາກັບ ກົມກ່ຽວຂ້ອງ ກະຊວງ ຖວທ ແລະ ພະແນກ ຖວທ ແຂວງ ເພື່ອຂໍຄໍາແນະນໍາເພີ່ມເຕີມ)
- ຂັ້ນຕອນທີ 3: ອົງການຈັດຕັ້ງຜູ້ຮັບຜິດຊອບຍື່ນໃບສະໝັກແບບອອກລາຍ ແລະ ແບບຟອມປະເມີນຕົນເອງແບບອອນລາຍ ພ້ອມກັບເອກະສານຄັດຕິດທາງເວັບໄຊ.
- ຂັ້ນຕອນທີ 4: ອົງການຈັດຕັ້ງຜູ້ຮັບຜິດຊອບລໍຖ້າການຕອບຮັບຈາກພາກສ່ວນທີ່ກ່ຽວຂ້ອງ (ພາຍໃນ 1-3 ອາທິດ) ທາງ ໂທລະສັບ/ອີເມັລ/online
- ຂັ້ນຕອນທີ 5: ຄະນະກໍາມະການລົງປະເມີນຕົວຈິງ ຕາມເວລາທີນັດໝາຍ
- ຂັ້ນຕອນທີ 6: ແຈ້ງຜົນການປະເມີນຕົວຈິງໃຫ້ອົງການຈັດຕັ້ງຜູ້ຮັບຜິດຊອບຮັບຊາບ (ພາຍໃນ 1-3 ອາທິດ) ທາງ ໂທລະສັບ/ອີເມັລ/online
- ຂັ້ນຕອນທີ 7: ມອບລາງວັນພ້ອມໃບຢັ້ງຢືນມາດຕະຖານການທ່ອງທ່ຽວອາຊຽນ
ຮຸບແບບທີ 2: ຂັ້ນຕອນສະໝັກໃນຮູບແບບຍື່ນເອກະສານຢູ່ກົມທີ່ກ່ຽວຂ້ອງ ກະຊວງ ຖວທ ຫຼື ພະແນກ ຖວທ ແຂວງ
- ຂັ້ນຕອນທີ 1: ອົງການຈັດຕັ້ງຜູ້ຮັບຜິດຊອບ download ແບບຟອມສະໝັກ ແລະ ແບບຟອມປະເມີນຕົນເອງ
- ຂັ້ນຕອນທີ 2: ອົງການຈັດຕັ້ງຜູ້ຮັບຜິດຊອບດໍາເນີນການປະເມີນຕົນເອງໂດຍອີງຕາມແບບຟອມ (ທ່ານສາມາດປຶກສາກັບ ກົມກ່ຽວຂ້ອງ ກະຊວງ ຖວທ ແລະ ພະແນກ ຖວທ ແຂວງ ເພື່ອຂໍຄໍາແນະນໍາເພີ່ມເຕີມ)
- ຂັ້ນຕອນທີ 3: ອົງການຈັດຕັ້ງຜູ້ຮັບຜິດຊອບຍື່ນໃບສະໝັກ ແລະ ແບບຟອມປະເມີນຕົນເອງ ພ້ອມກັບເອກະສານຄັດຕິດຢູ່ກົມທີ່ກ່ຽວຂ້ອງ ກະຊວງ ຖວທ ຫຼື ພະແນກ ຖວທ ແຂວງ
- ຂັ້ນຕອນທີ 4: ອົງການຈັດຕັ້ງຜູ້ຮັບຜິດຊອບລໍຖ້າການຕອບຮັບຈາກພາກສ່ວນທີ່ກ່ຽວຂ້ອງ (ພາຍໃນ 1-3 ອາທິດ) ທາງ ໂທລະສັບ ແລະ ອີເມັລ
- ຂັ້ນຕອນທີ 5: ຄະນະກໍາມະການລົງປະເມີນຕົວຈິງ ຕາມເວລາທີນັດໝາຍ
- ຂັ້ນຕອນທີ 6: ແຈ້ງຜົນການປະເມີນຕົວຈິງໃຫ້ອົງການຈັດຕັ້ງຜູ້ຮັບຜິດຊອບຮັບຊາບ (ພາຍໃນ 1-3 ອາທິດ)
- ຂັ້ນຕອນທີ 7: ມອບລາງວັນພ້ອມໃບຢັ້ງຢືນມາດຕະຖານການທ່ອງທ່ຽວອາຊຽນ
ບັນຊີລາຍຊື່ຄູປະເມີນມາດຕະຖານການທ່ອງທ່ຽວອາຊຽນ ແລະ ລະດັບຊາດ ຂອງ ສປປ ລາວ
ຄູປະເມີນມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມອາຊຽນ

ທ່ານ ສົມໄຊ ສີປະເສີດ
- ຄູປະເມີນມາດຕະຖານການທ່ອງທ່ຽວແບບ
ປະຊາຊົນມີສ່ວນຮ່ວມອາຊຽນ - ຄູປະເມີນມາດຕະຖານການບໍລິການສະປາອາຊຽນ
- ຄູປະເມີນລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ

ທ່ານ ຫີນເພັດ ໄຊຍະວົງ
- ຄູປະເມີນມາດຕະຖານການທ່ອງທ່ຽວແບບ
ປະຊາຊົນມີສ່ວນຮ່ວມອາຊຽນ

ທ່ານ ອາລຸນ ບຸນດວງມະໂນສຸກ
- ຄູປະເມີນມາດຕະຖານການທ່ອງທ່ຽວແບບ
ປະຊາຊົນມີສ່ວນຮ່ວມອາຊຽນ
ຄູປະເມີນມາດຕະຖານລະດັບຊາດ

ທ່ານ ຫີນເພັດ ໄຊຍະວົງ
- ຄູປະເມີນມາດຕະຖານການທ່ອງທ່ຽວແບບ
ປະຊາຊົນມີສ່ວນຮ່ວມ ອາຊຽນ ລະດັບຊາດ

ທ່ານ ອາລຸນ ບຸນດວງມະໂນສຸກ
- ຄູປະເມີນມາດຕະຖານການທ່ອງທ່ຽວແບບ
ປະຊາຊົນມີສ່ວນຮ່ວມອາຊຽນ ລະດັບຊາດ

ທ່ານ ວົງເພັດ ໄຊຍະລາດ
- ຄູປະເມີນມາດຕະຖານການທ່ອງທ່ຽວແບບ
ປະຊາຊົນມີສ່ວນຮ່ວມອາຊຽນ ລະດັບຊາດ