ມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ
ເອກະສານສະບັບນີ້ແມ່ນອີງໃສ່ມາດຕະຖານເມືອງທ່ອງທ່ຽວສະອາດຂອງອາຊຽນແນໃສ່ປັບປຸງປະສົບການຂອງນັກທ່ອງທ່ຽວ ແລະ ຊາວເມືອງ ເຊັ່ນ: ຫຼວງພະບາງ, ວຽງຈັນ, ປາກເຊ, ວັງວຽງ, ຫຼວງນ້ຳທາ, ສະຫວັນນະເຂດ ແລະ ອື່ນໆ.

ສິ່ງທີ່ທ່ານຄວນຮູ້
- ກົມພັດທະນາການທ່ອງທ່ຽວ, ກະຊວງ ຖວທ ຈະເປັນຜູ້ປະສານງານໃນການປະເມີນ ແລະ ຢັ້ງຢືນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ
- ເມືອງສາມາດສະຫມັກໄດ້ທຸກເວລາ (ບໍ່ໄດ້ຈໍາກັດຈໍານວນເມືອງທີ່ຈະສະໝັກເພື່ອຂໍປະເມີນ ແລະ ຮັບລາງວັນ)
- ຄະນະປະເມີນຂັ້ນແຂວງ ຈະເປັນຜູ້ປະເມີນ ແລະ ລາຍງານຜົນການປະເມີນຕໍ່ຄະນະປະເມີນຂັ້ນກະຊວງ
- ຄະນະປະເມີນຂັ້ນກະຊວງ ຈະລົງປະເມີນເພື່ອຢັ້ງຢືນຜົນການປະເມີນຂັ້ນແຂວງ
- ຄະນະປະເມີນຂັ້ນກະຊວງ ແລະ ຂັ້ນແຂວງ ຈະໄດ້ຮັບຮອງເອົາຜົນການປະເມີນສຸດທ້າຍ
- ຄະນະປະເມີນຂັ້ນກະຊວງ ຈະມອບໃບຢັ້ງຢືນ ແລະ ລາງວັນໃຫ້ເມືອງທີ່ຜ່ານການປະເມີນ
ວິທີການສະໝັກຜ່ານ 2 ຊ່ອງທາງເລືອກການສະໝັກອອນລາຍ ຫລື ຢືນເອກະສານດ້ວຍຕົນເອງທ່ານສາມາດເບີ່ງແຖບດ້ານລຸ່ມ
ຮຸບແບບທີ 1: ຂັ້ນຕອນສະໝັກທາງເວັບໄຊ
- ຂັ້ນຕອນທີ 1: ອົງການຈັດຕັ້ງຜູ້ຮັບຜິດຊອບ download ແບບຟອມປະເມີນຕົນເອງ
- ອົງການຈັດຕັ້ງຜູ້ຮັບຜິດຊອບດໍາເນີນການປະເມີນຕົນເອງໂດຍອີງຕາມແບບຟອມ (ທ່ານສາມາດປຶກສາກັບ ກົມກ່ຽວຂ້ອງ ກະຊວງ ຖວທ ແລະ ພະແນກ ຖວທ ແຂວງ ເພື່ອຂໍຄໍາແນະນໍາເພີ່ມເຕີມ)
- ຂັ້ນຕອນທີ 3: ອົງການຈັດຕັ້ງຜູ້ຮັບຜິດຊອບຍື່ນໃບສະໝັກແບບອອນລາຍ ແລະ ແບບຟອມປະເມີນຕົນເອງແບບອອນລາຍ ພ້ອມກັບເອກະສານຄັດຕິດທາງເວັບໄຊ.
- ຂັ້ນຕອນທີ 4: ອົງການຈັດຕັ້ງຜູ້ຮັບຜິດຊອບລໍຖ້າການຕອບຮັບຈາກພາກສ່ວນທີ່ກ່ຽວຂ້ອງ (ພາຍໃນ 1-3 ອາທິດ) ທາງ ໂທລະສັບ/ອີເມັລ/online
- ຂັ້ນຕອນທີ 5: ຄະນະກໍາມະການລົງປະເມີນຕົວຈິງ ຕາມເວລາທີນັດໝາຍ
- ຂັ້ນຕອນທີ 6: ແຈ້ງຜົນການປະເມີນຕົວຈິງໃຫ້ອົງການຈັດຕັ້ງຜູ້ຮັບຜິດຊອບຮັບຊາບ (ພາຍໃນ 1-3 ອາທິດ) ທາງ ໂທລະສັບ/ອີເມັລ/online
- ຂັ້ນຕອນທີ 7: ມອບລາງວັນພ້ອມໃບຢັ້ງຢືນມາດຕະຖານການທ່ອງທ່ຽວອາຊຽນ
ຮຸບແບບທີ 2: ຂັ້ນຕອນສະໝັກໃນຮູບແບບຍື່ນເອກະສານຢູ່ກົມທີ່ກ່ຽວຂ້ອງ ກະຊວງ ຖວທ ຫຼື ພະແນກ ຖວທ ແຂວງ
- ຂັ້ນຕອນທີ 1: ອົງການຈັດຕັ້ງຜູ້ຮັບຜິດຊອບ download ແບບຟອມສະໝັກ ແລະ ແບບຟອມປະເມີນຕົນເອງ
- ຂັ້ນຕອນທີ 2: ອົງການຈັດຕັ້ງຜູ້ຮັບຜິດຊອບດໍາເນີນການປະເມີນຕົນເອງໂດຍອີງຕາມແບບຟອມ (ທ່ານສາມາດປຶກສາກັບ ກົມກ່ຽວຂ້ອງ ກະຊວງ ຖວທ ແລະ ພະແນກ ຖວທ ແຂວງ ເພື່ອຂໍຄໍາແນະນໍາເພີ່ມເຕີມ)
- ຂັ້ນຕອນທີ 3: ອົງການຈັດຕັ້ງຜູ້ຮັບຜິດຊອບຍື່ນໃບສະໝັກ ແລະ ແບບຟອມປະເມີນຕົນເອງ ພ້ອມກັບເອກະສານຄັດຕິດຢູ່ກົມທີ່ກ່ຽວຂ້ອງ ກະຊວງ ຖວທ ຫຼື ພະແນກ ຖວທ ແຂວງ
- ຂັ້ນຕອນທີ 4: ອົງການຈັດຕັ້ງຜູ້ຮັບຜິດຊອບລໍຖ້າການຕອບຮັບຈາກພາກສ່ວນທີ່ກ່ຽວຂ້ອງ (ພາຍໃນ 1-3 ອາທິດ) ທາງ ໂທລະສັບ ແລະ ອີເມັລ
- ຂັ້ນຕອນທີ 5: ຄະນະກໍາມະການລົງປະເມີນຕົວຈິງ ຕາມເວລາທີນັດໝາຍ
- ຂັ້ນຕອນທີ 6: ແຈ້ງຜົນການປະເມີນຕົວຈິງໃຫ້ອົງການຈັດຕັ້ງຜູ້ຮັບຜິດຊອບຮັບຊາບ (ພາຍໃນ 1-3 ອາທິດ)
- ຂັ້ນຕອນທີ 7: ມອບລາງວັນພ້ອມໃບຢັ້ງຢືນມາດຕະຖານການທ່ອງທ່ຽວອາຊຽນ

- ເມື່ອສະຖານທີ່ທີ່ໄດ້ຮັບການຢັ້ງຢືນຈະໄດ້ຮັບແຜ່ນປ້າຍຊື່ ແລະ ໂລໂກ້ມາດຕະຖານການທ່ອງທ່ຽວອາຊຽນ ຢ່າງເປັນທາງການ ທີ່ສາມາດນໍາໃຊ້ສໍາລັບເຮັດການຕະຫຼາດ ແລະ ການສົ່ງເສີມການຂາຍທາງອອນລາຍ ແລະ ຍັງມີເຄື່ອງຫມາຍການທ່ອງທ່ຽວ ແລະ ການຕິດສະຫລາກຢູ່ໃນສະຖານທີ່ທຸລະກິດຂອງທ່ານ.