
ມາດຕະຖານເຮືອນພັກແຮມອາຊຽນ ໃນ ສປປ ລາວ
ໃນພາກພື້ນອາຊຽນ, ກິດຈະກຳເຮືອນພັກແຮມ (Homestay) ຖືໄດ້ວ່າ ເປັນທາງເລືອກດ້ານການທ່ອງທ່ຽວອີກຮູບແບບໜຶ່ງທີ່ຈະເຮັດໃຫ້ນັກທ່ອງທ່ຽວມີໂອກາດໃນການເກັບກ່ຽວປະສົບການ ແລະ ສຳພັດວິຖີຊີວິດແບບທ້ອງຖິ່ນກັບຊຸມຊົນ, ທຳມະຊາດທີ່ສວຍງາມ ແລະ ຮ່ອງຮອຍປະຫວັດສາດຂອງແຫຼ່ງທ່ອງທ່ຽວໃນບໍລິເວນໃກ້ຄຽງ.
ມາດຕະຖານເຮືອນພັກແຮມ
ອາຊຽນ
ແມ່ນແນໃສ່ສະຖານທີ່ພັກອາໄສຂອງປະຊາຊົນ, ເຊິ່ງແຂກຈະໄດ້ພັກເຊົາຢູ່ກັບຄອບຄົວທີ່ເອີ້ນວ່າ ເຈົ້າພາບ ແລະ ຮຽນຮູ້ວິຖີການດຳລົງຊີວິດປະຈຳວັນຂອງຄອບຄົວ ແລະ ຊຸມຊົນ ໂດຍທາງກົງ ແລະ ທາງອ້ອມ.
ເງື່ອນໄຂຫຼັກຂອງມາດຕະຖານເຮືອນພັກແຮມອາຊຽນມີຄື:
ເງື່ອນໄຂຫຼັກທີ 1: ເຈົ້າພາບ
ເຮືອນພັກແຮມຄວນຢູ່ໃກ້ກັບແຫຼ່ງທ່ອງທ່ຽວທາງທໍາມະຊາດ ແລະ ວັດທະນະທໍາ ແລະ ຜູ້ໃຫ້ບໍລິການເຮືອນພັກແຮມຕ້ອງໄດ້ຮັບການຝຶກອົບຮົມກ່ຽວກັບຫຼັກສູດການບໍລິການດ້ານການທ່ອງທ່ຽວ ຫຼື ເຮືອນພັກແຮມ.
ເງື່ອນໄຂຫຼັກທີ 2: ທີ່ພັກເຊົາ
ເງື່ອນໄຂຫຼັກທີ 3: ກິດຈະກໍາ
ເງື່ອນໄຂຫຼັກທີ 4: ການບໍລິຫານຄຸ້ມຄອງ
ເງື່ອນໄຂຫຼັກທີ 5: ທີ່ຕັ້ງ




ເງື່ອນໄຂຫຼັກທີ 6: ສຸຂະອະນາໄມ ແລະ ຄວາມສະອາດ
ເຮືອນຄົວ, ຫ້ອງນອນ, ຫ້ອງນໍ້າ, ບໍລິເວນເດີ່ນບ້ານ, ການກະກຽມ ແລະ ປຸງແຕ່ງອາຫານໃຫ້ສະອາດ ແລະ ມີສຸຂະອະນາໄມ.
ເງື່ອນໄຂຫຼັກທີ 7: ຄວາມປອດໄພ ແລະ ການຮັກສາຄວາມສະຫງົບ
ເງື່ອນໄຂຫຼັກທີ 8: ການຕະຫຼາດ ແລະ ໂຄສະນາ
ເງື່ອນໄຂຫຼັກທີ 9: ມີຄວາມຍືນຍົງທາງດ້ານເສດຖະກິດ, ສິ່ງແວດລ້ອມ, ວັດທະນະທໍາ ແລະ ສັງຄົມ



ທ່ານສາມາດສະໝັກໄດ້ຜ່ານວິທີການອອນລາຍ ຫລືຢືນເອກະສານດ້ວຍຕົນເອງທ່ານສາມາດເບີ່ງແຖບດ້ານລຸ່ມ
ຂະບວນການສະໝັກທາງເວັບໄຊ
- ຂັ້ນຕອນທີ 1: ຜູ້ສະໝັກຂຽນຂໍ້ມູນລົງໃນໃບສະໝັກແບບອອນລາຍ ແລະ ແບບຟອມປະເມີນຕົນເອງແບບອອນລາຍ ແລະ ຕິດຄັດ ເອກະສານຕ່າງໆທີ່ກ່ຽວຂ້ອງຜ່ານທາງອອນລາຍ
- ຂັ້ນຕອນທີ 2: ຜູ້ສະໝັກລໍຖ້າການຕອບຮັບຈາກພາກສ່ວນທີ່ກ່ຽວຂ້ອງ (ພາຍໃນ 1-3 ອາທິດ) ທາງເວັບໄຊ, ໂທລະສັບ ແລະ ອີເມັລ
- ຂັ້ນຕອນທີ 3: ຄະນະກໍາມະການຈາກກົມກ່ຽວຂ້ອງກະຊວງ ຖວທ ຫຼື ພະແນກ ຖວທ ແຂວງ ລົງປະເມີນຕົວຈິງໃນສະຖານທີ່ຂອງຜູ້ສະໝັກຕາມເວລາທີໄດ້ນັດໝາຍ
- ຂັ້ນຕອນທີ 4: ຄະນະກໍາມະການແຈ້ງຜົນການປະເມີນຕົວຈິງໃຫ້ຜູ້ສະໝັກຮັບຊາບ (ພາຍໃນ 1-3 ອາທິດ)
- ຂັ້ນຕອນທີ 5: ມອບລາງວັນພ້ອມໃບຢັ້ງຢືນມາດຕະຖານການທ່ອງທ່ຽວອາຊຽນໃຫ້ກັບຜູ້ສະໝັກ.
ຮຸບແບບທີ 2: ຂັ້ນຕອນສະໝັກໃນຮູບແບບຍື່ນເອກະສານຢູ່ກົມທີ່ກ່ຽວຂ້ອງ ກະຊວງ ຖວທ ຫຼື ພະແນກ ຖວທ ແຂວງ
- ຂັ້ນຕອນທີ 1: ຜູ້ສະໝັກ download ແບບຟອມສະໝັກ ແລະ ແບບຟອມປະເມີນຕົນເອງ
- ຂັ້ນຕອນທີ 2: ຜູ້ສະໝັກຍື່ນໃບສະໝັກ ແລະ ແບບຟອມປະເມີນຕົນເອງທີ່ໄດ້ໃສ່ຂໍ້ມຸນຄົບຖ້ວນແລ້ວ ພ້ອມກັບເອກະສານຕ່າງໆທີ່ກ່ຽວຂ້ອງ ຢູ່ທີ່ກົມກ່ຽວຂ້ອງກະຊວງ ຖວທ ຫຼື ພະແນກ ຖວທ ແຂວງ
- ຂັ້ນຕອນທີ 3: ຜູ້ສະໝັກລໍຖ້າການຕອບຮັບຈາກພາກສ່ວນທີ່ກ່ຽວຂ້ອງ (ພາຍໃນ 1-3 ອາທິດ) ທາງ ໂທລະສັບ ແລະ ອີເມັລ
- ຂັ້ນຕອນທີ 4: ຄະນະກໍາມະການຈາກກົມກ່ຽວຂ້ອງກະຊວງ ຖວທ ຫຼື ພະແນກ ຖວທ ແຂວງ ລົງປະເມີນຕົວຈິງໃນສະຖານທີ່ຂອງຜູ້ສະໝັກຕາມເວລາທີໄດ້ນັດໝາຍ
- ຂັ້ນຕອນທີ 5: ຄະນະກໍາມະການແຈ້ງຜົນການປະເມີນຕົວຈິງໃຫ້ຜູ້ສະໝັກຮັບຊາບ (ພາຍໃນ 1-3 ອາທິດ)
- ຂັ້ນຕອນທີ 6: ມອບລາງວັນພ້ອມໃບຢັ້ງຢືນມາດຕະຖານການທ່ອງທ່ຽວອາຊຽນໃຫ້ກັບຜູ້ສະໝັກ.

ບັນຊີລາຍຊື່ຄູປະເມີນມາດຕະຖານການທ່ອງທ່ຽວອາຊຽນ ແລະ ລະດັບຊາດ ຂອງ ສປປ ລາວ
ຄູປະເມີນມາດຕະຖານເຮືອນພັກແຮມອາຊຽນ
ທ່ານ ໄຊປະສົງ ວົງສັກ
- ຄູປະເມີນມາດຕະຖານເຮືອນພັກແຮມອາຊຽນ
ທ່ານ ນ. ພອນມະນີ ສຸຂະທຳມະວົງ
- ຄູປະເມີນມາດຕະຖານເຮືອນພັກແຮມອາຊຽນ
- ຄູປະເມີນລາງວັນການທ່ອງທ່ຽວແບບຍືນຍົງ
ອາຊຽນ
ຄູປະເມີນມາດຕະຖານລະດັບຊາດ
ທ່ານ ເລີດປັນຍາ ສຸວັນນະແສງ
- ຄູປະເມີນມາດຕະຖານເຮືອນພັກແຮມອາຊຽນ
ລະດັບຊາດ
ທ່ານ ດາວເຮືອງ ເພຍວົງ
- ຄູປະເມີນມາດຕະຖານເຮືອນພັກແຮມອາຊຽນ
ລະດັບຊາດ
ຕົວເຮືອນຈະຕ້ອງຢູ່ໃນສະພາບດີ, ສະທ້ອນເຖິງສະຖາປັດຕະຍະກໍາ ແລະ ຄວາມເປັນເອກະລັກຂອງທ້ອງຖິ່ນ, ມີຫ້ອງນອນ ແລະ ຫ້ອງນໍ້າ ສໍາລັບແຂກ,ໄຟຟ້າ ແລະ ນ້ຳສະອາດຢ່າງພຽງພໍ.
ກິດຈະກໍາພາຍໃນບ້ານ ແລະ ກິດຈະກໍາແບບຊຸມຊົນມີສ່ວນຮ່ວມຕ້ອງເນັ້ນໃຫ້ເຫັນເຖິງຄວາມເປັນເອກະລັກ, ຄຸນຄ່າ ແລະ ວັດທະນະທໍາດັ້ງເດີມຂອງທ້ອງຖິ່ນ ເພື່ອເຮັດໃຫ້ນັກທ່ອງທ່ຽວໄດ້ຮຽນຮູ້ ແລະ ສໍາພັດປະສົບການທີ່ແຕກຕ່າງ ແລະ ເປັນຂອງແທ້ດັ້ງເດີມ.
ການຈັດຕັ້ງເຮືອນພັກແຮມຈະຕ້ອງມີໂຄງຮ່າງການຈັດຕັ້ງຢ່າງເປັນລະບົບ, ກໍານົດພາລະບົດບາດ, ໜ້າທີ່ຮັບຜິດຊອບ ແລະ ຂອດການປະສານງານທີ່ຊັດເຈນ ເຊິ່ງດຳເນີນແບບທຸລະກິດການຄ້າ, ແຕ່ມີຄວາມຮັບຜິດຊອບຕໍ່ສັງຄົມ, ວັດທະນະທຳ ແລະ ສິ່ງແວດລ້ອມ ແລະ ມີການສ້າງຄວາມເຂັ້ມແຂງ ແລະ ຝຶກອົບຮົມ.
ທີ່ຕັ້ງຂອງເຮືອນພັກແຮມຕ້ອງມີເສັ້ນທາງຄົມມະນາຄົມເຂົ້າເຖິງ ແລະ ຕິດຕັ້ງປ້າຍຊີ້ບອກເພື່ອບອກທາງເຂົ້າຫາບ້ານໃຫ້ແກ່ແຂກຢ່າງລະອຽດ.
ຕ້ອງມີການຝຶກອົບຮົມ ແລະ ການແນະນໍາກ່ຽວກັບຄວາມປອດໄພ ໃນເວລາພານັກທ່ອງທ່ຽວເຮັດກິດຈະກໍາຕ່າງໆ ແລະ ມີຄວາມພ້ອມໃຫ້ການຊ່ວຍເຫຼືອໃນກໍລະນີສຸກເສີນ.
ຮ່ວມມືກັບອໍານາດການປົກຄອງທ້ອງຖິ່ນ ແລະ ບໍລິສັດທ່ອງທ່ຽວໃນການເຮັດການຕະຫຼາດ ໂດຍການກໍານົດ ແລະ ເຂົ້າເຖິງກຸ່ມຕະຫຼາດເປົ້າໝາຍ ແລະ ອອກແບບລາຍການທ່ອງທ່ຽວໃຫ້ເໝາະສົມກັບຄວາມຕ້ອງການ ແລະ ຄວາມຄາດຫວັງຂອງນັກທ່ອງທ່ຽວ, ດຶງເອົາຈຸດເດັ່ນທີ່ເປັນເອກະລັກອອກມາເປັນຈຸດຂາຍຂອງບ້ານເພື່ອຈຳແນກໃຫ້ເຫັນຄວາມແຕກຕ່າງ.
ສ້າງວຽກເຮັດງານທໍາ ແລະ ສ້າງລາຍຮັບໃຫ້ແກ່ຊຸມຊົນ, ກິດຈະກໍາສໍາລັບນັກທ່ອງທ່ຽວທີ່ບໍ່ສ້າງຜົນກະທົບຕໍ່ທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ເຄົາລົບນັບຖືປະເພນີ ແລະ ອະນຸລັກວັດທະນະທຳຂອງທ້ອງຖິ່ນ.