ມາດຕະຖານຫ້ອງນໍ້າສາທາລະນະອາຊຽນ
ມາດຕະຖານຫ້ອງນຳ້ສາທາລະນະອາຊຽນໄດ້ຮັບການປັບປຸງໃຫ້ເໝາະສົມກັບສະພາບການຂອງລາວ. ຫ້ອງນໍ້າສາທາລະນະບາງແຫ່ງຢູ່ຫຼວງພະບາງ ແລະ ວັງວຽງໄດ້ຮັບມາດຕະຖານນີ້ແລ້ວ. ແຕ່ລະກ້າວ ຫ້ອງນໍ້າສາທາທັງໝົດໃນແຫຼ່ງທ່ອງທ່ຽວທີ່ສໍາຄັນໃນ ສປປ ລາວ ຈະຖືກຍົກລະດັບ ຫຼື ກໍ່ສ້າງເພື່ອຕອບສະໜອງການບໍລິການລະດັບອາຊຽນ.

ທ່ານສາມາດສະໝັກໄດ້ຜ່ານ ວິທີການອອນລາຍ ຫລື ຢືນເອກະສານດ້ວຍຕົນເອງທ່ານສາມາດເບີ່ງແຖບດ້ານລຸ່ມ
ຮຸບແບບທີ 1: ຂັ້ນຕອນສະໝັກທາງເວັບໄຊ
- ຂັ້ນຕອນທີ 1: ອົງການຈັດຕັ້ງຜູ້ຮັບຜິດຊອບ download ແບບຟອມປະເມີນຕົນເອງ
- ຂັ້ນຕອນທີ 2: ອົງການຈັດຕັ້ງຜູ້ຮັບຜິດຊອບດໍາເນີນການປະເມີນຕົນເອງໂດຍອີງຕາມແບບຟອມ (ທ່ານສາມາດປຶກສາກັບ ກົມກ່ຽວຂ້ອງ ກະຊວງ ຖວທ ແລະ ພະແນກ ຖວທ ແຂວງ ເພື່ອຂໍຄໍາແນະນໍາເພີ່ມເຕີມ)
- ຂັ້ນຕອນທີ 3: ອົງການຈັດຕັ້ງຜູ້ຮັບຜິດຊອບຍື່ນໃບສະໝັກແບບອອນລາຍ ແລະ ແບບຟອມປະເມີນຕົນເອງແບບອອນລາຍ ພ້ອມກັບເອກະສານຄັດຕິດທາງເວັບໄຊ.
- ຂັ້ນຕອນທີ 4: ອົງການຈັດຕັ້ງຜູ້ຮັບຜິດຊອບລໍຖ້າການຕອບຮັບຈາກພາກສ່ວນທີ່ກ່ຽວຂ້ອງ (ພາຍໃນ 1-3 ອາທິດ) ທາງ ໂທລະສັບ/ອີເມັລ/online
- ຂັ້ນຕອນທີ 5: ຄະນະກໍາມະການລົງປະເມີນຕົວຈິງ ຕາມເວລາທີນັດໝາຍ
- ຂັ້ນຕອນທີ 6: ແຈ້ງຜົນການປະເມີນຕົວຈິງໃຫ້ອົງການຈັດຕັ້ງຜູ້ຮັບຜິດຊອບຮັບຊາບ (ພາຍໃນ 1-3 ອາທິດ) ທາງໂທລະສັບ/ອີເມັລ/online
- ຂັ້ນຕອນທີ 7: ມອບລາງວັນພ້ອມໃບຢັ້ງຢືນມາດຕະຖານການທ່ອງທ່ຽວອາຊຽນ
ຮຸບແບບທີ 2: ຂັ້ນຕອນສະໝັກໃນຮູບແບບຍື່ນເອກະສານຢູ່ກົມທີ່ກ່ຽວຂ້ອງ ກະຊວງ ຖວທ ຫຼື ພະແນກ ຖວທ ແຂວງ
- ຂັ້ນຕອນທີ 1: ອົງການຈັດຕັ້ງຜູ້ຮັບຜິດຊອບ download ແບບຟອມສະໝັກ ແລະ ແບບຟອມປະເມີນຕົນເອງ
- ຂັ້ນຕອນທີ 2: ອົງການຈັດຕັ້ງຜູ້ຮັບຜິດຊອບດໍາເນີນການປະເມີນຕົນເອງໂດຍອີງຕາມແບບຟອມ (ທ່ານສາມາດປຶກສາກັບ ກົມກ່ຽວຂ້ອງ ກະຊວງ ຖວທ ແລະ ພະແນກ ຖວທ ແຂວງ ເພື່ອຂໍຄໍາແນະນໍາເພີ່ມເຕີມ)
- ຂັ້ນຕອນທີ 3: ອົງການຈັດຕັ້ງຜູ້ຮັບຜິດຊອບຍື່ນໃບສະໝັກ ແລະ ແບບຟອມປະເມີນຕົນເອງ ພ້ອມກັບເອກະສານຄັດຕິດຢູ່ກົມທີ່ກ່ຽວຂ້ອງ ກະຊວງ ຖວທ ຫຼື ພະແນກ ຖວທ ແຂວງ
- ຂັ້ນຕອນທີ 4: ອົງການຈັດຕັ້ງຜູ້ຮັບຜິດຊອບລໍຖ້າການຕອບຮັບຈາກພາກສ່ວນທີ່ກ່ຽວຂ້ອງ (ພາຍໃນ 1-3 ອາທິດ) ທາງ ໂທລະສັບ ແລະ ອີເມັລ
- ຂັ້ນຕອນທີ 5: ຄະນະກໍາມະການລົງປະເມີນຕົວຈິງ ຕາມເວລາທີນັດໝາຍ
- ຂັ້ນຕອນທີ 6: ແຈ້ງຜົນການປະເມີນຕົວຈິງໃຫ້ອົງການຈັດຕັ້ງຜູ້ຮັບຜິດຊອບຮັບຊາບ (ພາຍໃນ 1-3 ອາທິດ)
- ຂັ້ນຕອນທີ 7: ມອບລາງວັນພ້ອມໃບຢັ້ງຢືນມາດຕະຖານການທ່ອງທ່ຽວອາຊຽນ