
ມາດຕະຖານການບໍລິການສະປາອາຊຽນ ໃນ ສປປ ລາວ
ຕະຫຼອດເວລາໄລຍະ 20 ປີຜ່ານມາອຸດສາຫະກໍາສະປາ ໄດ້ເຕີບໃຫຍ່ ແລະ ພັດທະນາໄປ ຢ່າງວ່ອງໄວ, ອັດຕາການເຕີບໃຫຍ່ໃນບາງປະເທດສູງເຖິງປີລະ 20%. ຄາດຄະເນວ່າໃນເຂດພາກພື້ນອາຊີ-ປີຊີຟິກ ມີສູນບໍລິການສະປາ ແລະ ນວດເພື່ອສຸຂະພາບ ຫຼື ສູນນວດແຜນບູຮານ ເຖິງ 25,000 ແຫ່ງ ຫຼື ຄິດເປັນ 1 ໃນ 3 ຂອງຈໍານວນສູນບໍລິການສະປາທັງໝົດທີ່ມີຢູ່ທົ່ວໂລກ. ໃນຂະນະທີ່, ປະເທດສະມາຊິກອາຊຽນມີທຸລະກິດສະປາທີ່ມີຄຸນນະພາບໃນລະດັບມືອາຊີບ ເຖິງ 2,000 ກວ່າແຫ່ງ. ດັ່ງນັ້ນ, ຈຶ່ງມີຄວາມຈໍາເປັນສ້າງມາດຕະຖານການບໍລິການສະປາອາຊຽນຂຶ້ນເພື່ອຮັບປະກັນໃຫ້ການບໍລິການສະປາມີມາດຕະຖານໃນລະດັບດຽວກັນ ເຊິ່ງສ່ວນໃຫຍ່ແລ້ວເຕັກນິກວິທີການບໍລິການສະປາແມ່ນການນໍາວິທີການບໍາບັດດູແລສຸຂະພາບແບບດັ້ງເດີມມາສ້າງຜົນປະໂຫຍດເຊີ່ງໄດ້ຖ່າຍທອດກັນມາຈາກຄົນຮຸ່ນໜຶ່ງໄປຍັງອີກຮຸ່ນໜຶ່ງ. ເຊິ່ງຕ້ອງໃຫ້ຄວາມເຄົາລົບຕໍ່ຄວາມແຕກຕ່າງທາງວັດທະນະທໍາ ແລະ ມໍລະດົກຂອງປະເທດສະມາຊິກອາຊຽນ.
ທ່ານສາມາດສະໝັກໄດ້ຜ່ານວິທີການອອນລາຍ ຫລືຢືນເອກະສານດ້ວຍຕົນເອງທ່ານສາມາດເບີ່ງແຖບດ້ານລຸ່ມ

ມາດຕະຖານການບໍລິການສະປາອາຊຽນ
ແມ່ນເພື່ອພັດທະນາ ແລະ ຈັດຕັ້ງປະຕິບັດມາດຕະຖານການບໍລິການສະປາໃຫ້ມີປະສິດທິພາບ, ແທດເໝາະກັບສະພາບການເຕີບໃຫຍ່ຂອງການບໍລິການສະປາທີ່ເກີດຂຶ້ນທົ່ວໂລກເວົ້າລວມ, , ເວົ້າສະເພາະແມ່ນຢູ່ບັນດາປະເທດສະມາຊິກອາຊຽນ. ເຊິ່ງທຸລະກິດການບໍລິການສະປານີ້ໄດ້ນໍາເອົາວິທີການບໍາບັດດູແລສຸຂະພາບແບບດັ້ງເດີມ ມາສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນໃນອາຊຽນ. ທີ່ສໍາຄັນຄື ມາດຕະຖານການບໍລິການສະປາອາຊຽນຈະຊ່ວຍເພີ່ມຄຸນນະພາບຂອງຊັບພະຍາກອນມະນຸດໃນຂະແໜງການບໍລິການສະປາ ແລະ ສິ່ງອໍານວຍຄວາມສະດວກຂອງການບໍລິການສະປາໃນອາຊຽນ ໃຫ້ດີຍິ່ງຂື້ນ. ມາດຕະຖານນີ້ຈະເປັນຕົວກໍານົດລະດັບມາດຕະຖານວິຊາຊີບ ຂອງທຸລະກິດສະປາທີ່ຈະຊ່ວຍໃຫ້ຜູ້ປະກອບການ ໄດ້ຮັບຜົນປະໂຫຍດຈາກການດໍາເນີນທຸລະກິດໃນວິຊາຊີບສະປາໃນແນວທາງດຽວກັນ. ພ້ອມກັນນີ້, ກໍ່ຍັງເປັນຜົນປະໂຫຍດໃນການດູແລສະຫວັດດີພາບຂອງຜູ້ໃຊ້ບໍລິການ.


ເງື່ອນໄຂຫຼັກຂອງມາດຕະຖານການບໍລິການສະປາອາຊຽນມີຄື:
ສະປາຕັ້ງຢູ່ໃນສະຖານທີ່ເຂົ້າເຖິງໄດ້ສະດວກ, ປອດໄພ ແລະ ມີພື້ນທີ່ບໍລິການ ແລະ ບ່ອນຮອງຮັບລູກຄ້າທີ່ ເໝາະສົມພຽງພໍ, ມີການຈັດການສິ່ງເສດເຫຼືອ ແລະ ນໍ້າເປື້ອນທີ່ໃຊ້ແລ້ວຢ່າງຖືກຕ້ອງຕາມສຸຂະອະນາໄມ ແລະ ມີຄວາມຮັບຜິດຊອບຕໍ່ສະພາບແວດລ້ອມ.



ຮຸບແບບທີ 1: ຂັ້ນຕອນສະໝັກທາງເວັບໄຊ
- ຂັ້ນຕອນທີ 1: ເຈົ້າຂອງທຸລະກິດ download ແບບຟອມປະເມີນຕົນເອງ
- ຂັ້ນຕອນທີ 2: ເຈົ້າຂອງທຸລະກິດດໍາເນີນການປະເມີນຕົນເອງໂດຍອີງຕາມແບບຟອມ (ທ່ານສາມາດປຶກສາກັບ ກົມກ່ຽວຂ້ອງ ກະຊວງ ຖວທ ແລະ ພະແນກ ຖວທ ແຂວງ ເພື່ອຂໍຄໍາແນະນໍາເພີ່ມເຕີມ)
- ຂັ້ນຕອນທີ 3: ເຈົ້າຂອງທຸລະກິດຍື່ນໃບສະໝັກແບບອອນລາຍ ແລະ ແບບຟອມປະເມີນຕົນເອງແບບອອນລາຍ ພ້ອມກັບເອກະສານຄັດຕິດທາງເວັບໄຊ.
- ຂັ້ນຕອນທີ 4: ເຈົ້າຂອງທຸລະກິດລໍຖ້າການຕອບຮັບຈາກພາກສ່ວນທີ່ກ່ຽວຂ້ອງ (ພາຍໃນ 1-3 ອາທິດ) ທາງ ໂທລະສັບ/ອີເມັລ/online
- ຂັ້ນຕອນທີ 5: ຄະນະກໍາມະການລົງປະເມີນຕົວຈິງ ຕາມເວລາທີນັດໝາຍ
- ຂັ້ນຕອນທີ 6: ແຈ້ງຜົນການປະເມີນຕົວຈິງໃຫ້ອົງການຈັດຕັ້ງຜູ້ຮັບຜິດຊອບຮັບຊາບ (ພາຍໃນ 1-3 ອາທິດ) ທາງ ໂທລະສັບ/ອີເມັລ/online
- ຂັ້ນຕອນທີ 7: ມອບລາງວັນພ້ອມໃບຢັ້ງຢືນມາດຕະຖານການທ່ອງທ່ຽວອາຊຽນ
ຮຸບແບບທີ 2: ຂັ້ນຕອນສະໝັກໃນຮູບແບບຍື່ນເອກະສານຢູ່ກົມທີ່ກ່ຽວຂ້ອງ ກະຊວງ ຖວທ ຫຼື ພະແນກ ຖວທ ແຂວງ
- ຂັ້ນຕອນທີ 1: ເຈົ້າຂອງທຸລະກິດ download ແບບຟອມສະໝັກ ແລະ ແບບຟອມປະເມີນຕົນເອງ
- ຂັ້ນຕອນທີ 2: ເຈົ້າຂອງທຸລະກິດດໍາເນີນການປະເມີນຕົນເອງໂດຍອີງຕາມແບບຟອມ (ທ່ານສາມາດປຶກສາກັບ ກົມກ່ຽວຂ້ອງ ກະຊວງ ຖວທ ແລະ ພະແນກ ຖວທ ແຂວງ ເພື່ອຂໍຄໍາແນະນໍາເພີ່ມເຕີມ)
- ຂັ້ນຕອນທີ 3: ເຈົ້າຂອງທຸລະກິດຍື່ນໃບສະໝັກ ແລະ ແບບຟອມປະເມີນຕົນເອງ ພ້ອມກັບເອກະສານຄັດຕິດຢູ່ກົມທີ່ກ່ຽວຂ້ອງ ກະຊວງ ຖວທ ຫຼື ພະແນກ ຖວທ ແຂວງ
- ຂັ້ນຕອນທີ 4: ເຈົ້າຂອງທຸລະກິດລໍຖ້າການຕອບຮັບຈາກພາກສ່ວນທີ່ກ່ຽວຂ້ອງ (ພາຍໃນ 1-3 ອາທິດ) ທາງ ໂທລະສັບ ແລະ ອີເມັລ
- ຂັ້ນຕອນທີ 5: ຄະນະກໍາມະການລົງປະເມີນຕົວຈິງ ຕາມເວລາທີນັດໝາຍ
- ຂັ້ນຕອນທີ 6: ແຈ້ງຜົນການປະເມີນຕົວຈິງໃຫ້ອົງການຈັດຕັ້ງຜູ້ຮັບຜິດຊອບຮັບຊາບ (ພາຍໃນ 1-3 ອາທິດ)
- ຂັ້ນຕອນທີ 7: ມອບລາງວັນພ້ອມໃບຢັ້ງຢືນມາດຕະຖານການທ່ອງທ່ຽວອາຊຽນ