ຜົນປະໂຫຍດເມື່ອທ່ານໄດ້ຮັບລາງວັນ

ໂຮງແຮມ/ລີສອດ ທີ່ໄດ້ຮັບມາດຕະຖານໂຮງແຮມຂຽວອາຊຽນ ເປັນໂຮງແຮມທີ່ມີພາບລັກທີ່ດີ

ໄດ້ຮັບການຍອມຮັບຈາກພາຍໃນປະເທດ ແລະ ສາກົນວ່າເປັນໂຮງແຮມທີ່ມີຄວາມຮັບຜິດຊອບສູງຕໍ່ກັບສິ່ງແວດລ້ອມ ແລະ ເປັນໂຮງແຮມທີ່ປະກອບສ່ວນເຂົ້າໃນການຊ່ວຍເຫຼືອຊຸມຊົນ.

ໂຮງແຮມ/ລີສອດ ທີ່ໄດ້ຮັບມາດຕະຖານໂຮງແຮມຂຽວອາຊຽນ

ໂຮງແຮມຂຽວອາຊຽນໄດ້ມີການນໍາໃຊ້ພະລັງງານຢ່າງມີປະສິດທິພາບ ເຊິ່ງຈະເຮັດໃຫ້ສາມາດປະຢັດພະລັງງານໄຟຟ້າ, ປະຢັດນໍ້າ ເຊີ່ງໂດຍທົ່ວໄປແລ້ວຈະມີຜົນກໍາໄລ.

ໂຮງແຮມຂຽວອາຊຽນ ຈະໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວ ຫຼື ຜູ້ມາຢ້ຽມຢາມໃຊ້ບໍລິການ

ຍ້ອນວ່ານັກທ່ອງທ່ຽວເຫັນໄດ້ເຖິງຄວາມສໍາຄັນໃນການປົກປັກຮັກສາສິ່ງແວດລ້ອມ, ປະຢັດພະລັງງານ, ແລະ ປະກອບສ່ວນໃນການປ້ອງກັນພາວະໂລກຮ້ອນ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດ.

ໂຮງແຮມ/ລີສອດ ທີ່ໄດ້ຮັບລາງວັນມາດຕະຖານໂຮງແຮມຂຽວອາຊຽນ

ຈະໄດ້ຮັບໃບຢັ້ງຢືນ ແລະ ແຜ່ນປ້າຍລາງວັນມາດຕະຖານການທ່ອງທ່ຽວອາຊຽນຢ່າງເປັນທາງການ ທີ່ສາມາດນໍາໃຊ້ໃນການສົ່ງເສີມການຕະຫຼາດ ແລະ ການຂາຍທາງອອນລາຍ ແລະ ຈະຖືກບັນຈຸເປັນລາຍຊື່ບູລິມະສິດຢູ່ໃນເວັບໄຊທ່ອງທ່ຽວທີ່ເປັນທາງການ ແລະ ຢູ່ໃນສື່ມວນຊົນໃນ ສປປ ລາວ; ໃນລະດັບສາກົນ ໂຮງແຮມດັ່ງກ່າວຈະມີ​ລາຍ​ຊື່​ຢູ່​ໃນ​ເວັບ​ໄຊ​ທາງ​ການ​ຂອງ​ກອງ​ເລຂາ​ມາດຕະຖານການທ່ອງທ່ຽວອາ​ຊຽນ (www.asean.org) ​ແລະ ໄດ້ຮັບການໂຄສະນາ​ໃນ​ເວທີ​ປາ​ໄສ​ການທ່ອງທ່ຽວ​ອາ​ຊຽນປະຈຳ​ປີ, ໃນງານ​ເທດສະການຕ່າງໆ ​ແລະ ໃນເວທີກອງປະຊຸມທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ​ທີ່​ກ່ຽວຂ້ອງ.

Image

ດາວໂຫລດແບບຟອມແຕ່ລະພາສາ:

  • ຟອມສະໝັກ
    English  Lao
  • ແບບຟອມການປະເມີນຕົນເອງ
    English  Lao
  • ຮຽນຮູ້ມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ
    English  Lao