ຄວາມຄືບໜ້າຂອງການສ້າງສື່ໂຄສະນາມາດຕະຖານການທ່ອງທ່ຽວອາຊຽນ

ກອງປະຊຸມຜ່ານຮ່າງວິດີໂອໂຄສະນາມາດຕະຖານການທ່ອງທ່ຽວອາຊຽນ ແລະ ເວັບໄຊສ໌ມາດຕະຖານການທ່ອງທ່ຽວອາຊຽນ ສປປ ລາວ

 

ໃນວັນທີ 30 ກັນຍາ 2022 ທີ່ໂຮງແຮມແລນມາກ, ນະຄອນຫລວງວຽງຈັນນຳໂດຍຫົວໜ້າກົມພັດທະນາການທ່ອງທ່ຽວ,

ຜູ້ຈັດການໂຄງການພັດທະນາໂຄງລ່າງ ພື້ນຖານເພື່ອສົ່ງເສີມການທ່ອງທ່ຽວ ໄລຍະ 2, ທ່ານ ນ. ພອນມະລີ ອິນທະພົມ ແລະ ທີມງານໄດ້ລາຍໃຫ້ຮູ້ວ່າ:

 

ຜ່ານການເກັບກຳຂໍ້ມູນຕັ້ງແຕ່ເດືອນມິຖຸນາ 2022 ທີ່ຜ່ານມາ ບໍລິສັດ Smart Tech ເຊີ່ງເປັນບໍລິສັດເຮັດວີດີໂອ ໄດ້ທຳການຜະລິດເກັບຮູບພາບ ແລະ ວິດີໂອ ເພື່ມາຜະລິດວິດີໂອ.

ເຊີ່ງໄດ້ສຳເລັດທັງໝົດ 4 ວິດີໂອເພື່ອເປັນຕົວຢ່າງໃນການໂປໂມດມາດຕະຖານອາຊຽນໃຫ້ເປັນທີ່ຮັບຮູ້, ໃນນັ້ນວິດີໂອທັງໝົດທີ່ສຳເລັດແມ່ນ ມີ 4 ຢ່າງດັ່ງນີ້:
ວິດີໂອມາດຕະຖານລວມ, ວິດີໂອມາດຕະຖານໂຮງແຮມຂຽວ, ມາດຕະຖານເຮືອນພັກແຮມ, ມາດຕະຖານໂຮງແຮງເມືອງສະອາດ.

ແລະ ທີ່ສຳຄັນຍັງໄດ້ຖືໂອກາດກຽມພ້ອມການສະໝັກເອົາມາດຕະຖານ ຜ່ານເວັບໄຊສ໌ (Tourism Standards in Lao PDR )ມາດຕະຖານການທ່ອງທ່ຽວອາຊຽນ ນຳສະເໜີໂດຍ ທ່ານນາງ ພິດສະໄໜ ຈັນທະບູລີ ໃນນາມບໍລິສັດ Insmai Creative ເວັບໄຊ້ຈະນຳໃຊ້ເພື່ອຄວາມສະດວກສະບາຍ ໃນການເຂົ້າເຖີ່ງ ພ້ອມການສະໝັກອ່ອນລາຍ ທີ່ຈະເປັນປະໂຫຍດເພື່ອຜູ້ສະໝັກ.

 

ເພື່ອໃຫ້ຫົວໜ່ວຍທຸລະກິດໄດ້ມີຄວາມສົນໃຈສະໝັກເອົາມາດຕະຖານ ເພື່ອຂະຫຍາຍການຕະລາດໃນເຂດອາຊຽນ.

 

  

 

 

 


ພິມ   ອີເມລ