ກົດເບິ່ງ: 40
ງານເປີດໂຕມາດຕະຖານການທ່ອງທ່ຽວ ໃນ ສປປ ລາວ
ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຈັດງານເປີດໂຕມາດຕະຖານການທ່ອງທ່ຽວ ໃນ ສປປ ລາວ. ຊຶ່ງໄດ້ຮັບກຽດເປັນປະທານເປີດງານໂດຍ ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ. ນອກຈາກນີ້, ຍັງມີບັນດາທູດຕະນຸທູດຈາກປະເທດສະມາຊິກອາຊຽນ, ບັນດາພາກສ່ວນທີກ່ຽວຂ້ອງທັງພາກລັດ, ພາກທຸລະກິດ ແລະ ອົງການຈັດຕັ້ງສາກົນ ຈຳນວນ 100 ກວ່າທ່ານ.
ຈຸດປະສົງຂອງງານດັ່ງກ່າວແມ່ນເພື່ອເປີດໂຕມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ ເພື່ອເປັນການໂຄສະນາ, ຊຸກຍູ້ ໃຫ້ທຸກພາກສ່ວນມາຮ່ວມກັນພັດທະນາ ແລະ ສົ່ງເສີມການທ່ອງທ່ຽວລາວໃຫ້ມີຄຸນນະພາບ, ມີມາດຕະຖານທີ່ດີ ແລະ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ໄດ້ຢ່າງມີປະສິດທິພາບ.
ງານເປີດໂຕມາດຕະຖານການທ່ອງທ່ຽວ ໃນຄັ້ງນີ້ ຖືວ່າເປັນໂອກາດທີ່ດີ ແລະ ມີຄວາມໝາຍຄວາມສຳຄັນຢ່າງຍິ່ງທີ່ໄດ້ເປີດກວ້າງໃຫ້ພາກສ່ວນຕ່າງໆ ສາມາດເຂົ້າເຖິງຂໍ້ມູນ-ຂ່າວສານ ກ່ຽວກັບວຽກງານດັ່ງກ່າວໄດ້ຢ່າງສະດວກ, ວ່ອງໄວ ແລະ ສາມາດຍົກລະດັບຄຸນນະພາບການທ່ອງທ່ຽວຂອງຕົນໃຫ້ໄດ້ມາດຕະຖານແຫ່ງຊາດ, ມາດຕະຖານອາຊຽນ ແລະ ມາດຕະຖານສາກົນຕາມລຳດັບ.
ທ່ານສາມາດອ່ານເພີ່ມເຕີມໃນເວັບໄຊ້ເພື່ອການສຶກສາຂໍ້ມູນເພີ່ມເຕີມກ່ອນສະໝັກເອົາແຕ່ລະມາດຕະຖານ.