ຜົນປະໂຫຍດເມື່ອໄດ້ຮັບລາງວັນເຮືອນພັກແຮມອາຊຽນ

ແນວຄວາມຄິດຂອງການທ່ອງທ່ຽວເຮືອນພັກແຮມໄດ້ຖືກຍອມຮັບວ່າ ເປັນເຄື່ອງມືໜຶ່ງທີ່ຊ່ວຍພັດທະນາເຂດຫ່າງໄກສອກຫຼີກຂອງຫຼາຍປະເທດໃນຂົງເຂດອາຊຽນ.

ກິດຈະກໍາ​ເຮືອນ​ພັກ​ແຮມ​ສາມາດປັບປຸງຄຸນນະພາບຊີວິດການເປັນຢູ່ຂອງຄົນໃນທ້ອງຖິ່ນ ໂດຍການມີລາຍໄດ້ເ​ພີ່ມຂຶ້ນຈາກ​ການ​ເຂົ້າ​ຮ່ວມ​ກິດຈະ​ກໍາ​ດັ່ງກ່າວ, ສົ່ງເສີມວັດທະນະທໍາທ້ອງຖິ່ນ, ສິລະປະ ​ແລະ ຫັດຖະກໍາ, ສົ່ງເສີມໃຫ້ມີການຟື້ນຟູສະຖານທີ່ທ່ອງທ່ຽວທາງປະຫວັດສາດ, ສະຖານທີ່ທີ່ສໍາຄັນຂອງທ້ອງຖິ່ນ ແລະ ຜັກດັນໃຫ້ມີການອະນຸລັກທຳມະຊາດ ໂດຍການໃຫ້ການສຶກສາແກ່ຊຸມຊົນ.

ເຮືອນພັກແຮມທີ່ໄດ້ຮັບລາງວັນມາດຕະຖານເຮືອນພັກແຮມອາຊຽນ

ແມ່ນມີໂອກາດທີ່ຈະໄດ້ຮັບຜົນປະໂຫຍດໃນການໂຄສະນາເຂົ້າເຖິງກຸ່ມຕະຫຼາດ (ນັກທ່ອງທ່ຽວ) ໃນຖານະທີ່ໄດ້ຮັບການຮັບຮອງໃນລະດັບອາຊຽນ ແລະ ເຮັດໃຫ້ນັກທ່ອງທ່ຽວມີຄວາມເຊື່ອໝັ້ນເຂົ້າມາພັກແຮມຫຼາຍຂື້ນ.

ເຮືອນພັກແຮມທີ່ໄດ້ຮັບລາງວັນມາດຕະຖານເຮືອນພັກແຮມອາຊຽນ ຈະໄດ້ຮັບໃບຢັ້ງຢືນ ແລະ ແຜ່ນປ້າຍລາງວັນມາດຕະຖານການທ່ອງທ່ຽວອາຊຽນຢ່າງເປັນທາງການ

ທີ່ສາມາດນໍາໃຊ້ໃນການສົ່ງເສີມການຕະຫຼາດ ແລະ ການຂາຍທາງອອນລາຍ ແລະ ຈະຖືກບັນຈຸເປັນລາຍຊື່ບູລິມະສິດຢູ່ໃນເວັບໄຊທ່ອງທ່ຽວທີ່ເປັນທາງການ ແລະ ເປັນທີ່ຮູ້ຈັກຫຼາຍຂຶ້ນໃນສື່ມວນຊົນໃນ ສປປ ລາວ; ໃນລະດັບສາກົນເຮືອນພັກແຮມດັ່ງກ່າວຈະຖືກບັນຈຸລາຍ​ຊື່​ຢູ່​ໃນ​ເວັບ​ໄຊ​ທາງ​ການ​ຂອງ​ກອງ​ເລຂາ​ມາດຕະຖານການທ່ອງທ່ຽວອາ​ຊຽນ (www.asean.org) ​ແລະ ໄດ້ຮັບການໂຄສະນາ​ໃນ​ເວທີ​ປາ​ໄສ​ການທ່ອງທ່ຽວ​ອາ​ຊຽນປະຈຳ​ປີ, ໃນງານ​ເທດສະການຕ່າງໆ ​ແລະ ໃນເວທີກອງປະຊຸມທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ​.

Image

ດາວໂຫລດແບບຟອມແຕ່ລະພາສາ:

  • ຟອມສະໝັກ
    English  Lao
  • ແບບຟອມການປະເມີນຕົນເອງ
    English  Lao
  • ຮຽນຮູ້ມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ
    English  Lao