ຜົນປະໂຫຍດເມື່ອໄດ້ຮັບລາງວັນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ
ມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ
ບໍ່ພຽງແຕ່ເປັນການເພີ່ມຄວາມສາມາດໃນການແຂ່ງຂັນດ້ານການຕະຫຼາດ, ແຕ່ຍັງເປັນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ປະກອບສ່ວນຫຼຸດຜ່ອນຄວາມທຸກຍາກ.ນອກຈາກນັ້ນ, ມາດຕະຖານດັ່ງກ່າວນີ້ຍັງປະກອບສ່ວນຊ່ວຍຮັກສາສິ່ງແວດລ້ອມ, ປ້ອງກັນການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ພັດທະນາບັນດາຕົວເມືອງໃຫ້ມີຄວາມຍືນຍົງ.
ບັນດາເມືອງທີ່ຜ່ານເກນມາດຕະຖານທີ່ກຳນົດໄວ້ ຈະໄດ້ຮັບລາງວັນເມືອງທ່ອງທ່ຽວສະອາດອາຊຽນ
ຊຶ່ງມີໃບຢັ້ງຢືນ ແລະ ແຜ່ນປ້າຍມາດຕະຖານຢ່າງເປັນທາງການ ທີ່ສາມາດນໍາໃຊ້ໃນການສົ່ງເສີມການຕະຫຼາດ ແລະ ການຂາຍທາງອອນລາຍ ແລະ ຈະຖືກບັນຈຸເປັນລາຍຊື່ບູລິມະສິດຢູ່ໃນເວັບໄຊທ່ອງທ່ຽວທີ່ເປັນທາງການ ແລະ ຢູ່ໃນສື່ມວນຊົນໃນ ສປປ ລາວ; ໃນລະດັບສາກົນເມືອງດັ່ງກ່າວຈະມີລາຍຊື່ຢູ່ໃນເວັບໄຊທາງການຂອງກອງເລຂາອາຊຽນ (www.asean.org) ແລະ ໄດ້ຮັບການໂຄສະນາໃນເວທີປາໄສການທ່ອງທ່ຽວອາຊຽນປະຈຳປີ, ໃນງານເທດສະການຕ່າງໆ ແລະ ໃນເວທີກອງປະຊຸມທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.