ຜົນປະໂຫຍດຂອງຜູ້ປະກອບການທີ່ໄດ້ຮັບລາງວັນມາດຕະຖານການບໍລິການສະປາອາຊຽນ
ມາດຕະຖານການບໍລິການສະປາອາຊຽນນີ້ຈະເປັນຕົວກໍານົດມາດຕະຖານວິຊາຊີບຂອງທຸລະກິດສະປາ ຈະຊ່ວຍໃຫ້ຜູ້ປະກອບການ ແລະ ລູກຄ້າ ໄດ້ຮັບຜົນປະໂຫຍດຈາກການດໍາເນີນທຸລະກິດໃນວິຊາຊີບສະປາໃນແນວທາງອັນດຽວກັນ. ພ້ອມກັນນັ້ນ, ກໍ່ຍັງເປັນຜົນປະໂຫຍດໃນການດູແລສະຫວັດດີພາບຂອງລູກຄ້າ ແລະ ການໃຫ້ຄວາມເຄົາລົບຕໍ່ມິຕິທາງນະວັດຕະກໍາທີ່ກ່ຽວຂ້ອງ.
ຈະໄດ້ຮັບໃບຢັ້ງຢືນ ແລະ ແຜ່ນປ້າຍລາງວັນມາດຕະຖານການທ່ອງທ່ຽວອາຊຽນຢ່າງເປັນທາງການ ທີ່ສາມາດນໍາໃຊ້ໃນການສົ່ງເສີມການຕະຫຼາດ ແລະ ການຂາຍທາງອອນລາຍ ແລະ ຈະຖືກບັນຈຸເປັນລາຍຊື່ບູລິມະສິດຢູ່ໃນເວັບໄຊທ່ອງທ່ຽວທີ່ເປັນທາງການ ແລະ ເປັນທີ່ຮູ້ຈັກຫຼາຍຂຶ້ນໃນສື່ມວນຊົນໃນ ສປປ ລາວ. ໃນລະດັບສາກົນຜູ້ປະກອບການດັ່ງກ່າວຈະຖືກບັນຈຸລາຍຊື່ຢູ່ໃນເວັບໄຊທາງການຂອງກອງເລຂາມາດຕະຖານການທ່ອງທ່ຽວອາຊຽນ (www.asean.org) ແລະ ໄດ້ຮັບການໂຄສະນາໃນເວທີປາໄສການທ່ອງທ່ຽວອາຊຽນປະຈຳປີ, ໃນງານເທດສະການຕ່າງໆ ແລະ ໃນເວທີກອງປະຊຸມທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.