ຜົນປະໂຫຍດເມື່ອໄດ້ຮັບລາງວັນມາດຕະຖານຫ້ອງນໍ້າສາທາລະນະອາຊຽນ
ສະຖານທີ່ ທີ່ໄດ້ຮັບລາງວັນມາດຕະຖານຫ້ອງນໍ້າສາທາລະນະອາຊຽນໃນ ສປປ ລາວ
ຈະສາມາດຮັບປະກັນຄຸນນະ ພາບໃນການໃຫ້ບໍລິການ, ສະດວກ, ປອດໄພ ແລະ ມີການຈັດການສິ່ງເສດເຫຼືອທີ່ເໝາະສົມ ເຊີ່ງຈະເຮັດໃຫ້ຫ້ອງນໍ້າສາທາລະນະໃນສະຖານທີ່ທ່ອງທ່ຽວຕ່າງໆ ຢູ່ ສປປ ລາວ ມີມາດຕະຖານ ແລະ ສ້າງຄວາມປະທັບໃຈໃຫ້ແກ່ຜູ້ທີ່ມາໃຊ້ບໍລິການ.
ສະຖານທີ່ ທີ່ໄດ້ຮັບລາງວັນມາດຕະຖານຫ້ອງນໍ້າສາທາລະນະອາຊຽນ
ຈະໄດ້ຮັບໃບຢັ້ງຢືນ ແລະ ແຜ່ນປ້າຍລາງວັນມາດຕະຖານການທ່ອງທ່ຽວອາຊຽນຢ່າງເປັນທາງການ ທີ່ສາມາດນໍາໃຊ້ໃນການສົ່ງເສີມການຕະຫຼາດ ແລະ ການຂາຍທາງອອນລາຍ ແລະ ຈະຖືກບັນຈຸເປັນລາຍຊື່ບູລິມະສິດຢູ່ໃນເວັບໄຊທ່ອງທ່ຽວທີ່ເປັນທາງການ ແລະ ເປັນທີ່ຮູ້ຈັກຫຼາຍຂຶ້ນໃນສື່ມວນຊົນໃນ ສປປ ລາວ. ໃນລະດັບສາກົນສະຖານທີ່ດັ່ງກ່າວຈະຖືກບັນຈຸລາຍຊື່ຢູ່ໃນເວັບໄຊທາງການຂອງກອງເລຂາມາດຕະຖານການທ່ອງທ່ຽວອາຊຽນ (www.asean.org) ແລະ ໄດ້ຮັບການໂຄສະນາໃນເວທີປາໄສການທ່ອງທ່ຽວອາຊຽນປະຈຳປີ, ໃນງານເທດສະການຕ່າງໆ ແລະ ໃນເວທີກອງປະຊຸມທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.