ຜົນປະໂຫຍດເມື່ອໄດ້ຮັບລາງວັນມາດຕະຖານ
ການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມອາຊຽນ:

ການນໍາໃຊ້ມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ

ໃນຂອບເຂດທົ່ວປະເທດ ເປັນຂີດໝາຍອັນສໍາຄັນໃຫ້ນັກທ່ອງທ່ຽວໄດ້ມີຄວາມເພິ່ງພໍໃຈໃນຄຸນນະພາບຂອງການບໍລິການ ມັນຍັງເປັນການປົກປ້ອງຊຸມຊົນ, ຊັບພະຍາກອນທໍາມະຊາດ ແລະ ມໍລະດົກທາງວັດທະນະທໍາ ແລະ ຍັງເປັນການສ້າງລາຍຮັບໃຫ້ຊຸມຊົນເພື່ອປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນ.

ຕາມປົກກະຕິແລ້ວ, ການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ຍັງສາມາດເຂົ້າເຖິງຕະຫຼາດການທ່ອງທ່ຽວສະເພາະໄດ້ອີກເຊັ່ນ:

ການທ່ອງທ່ຽວຜະຈົນໄພ, ການທ່ອງທ່ຽວດ້ານວັດທະນະທຳ, ການທ່ອງທ່ຽວອະນຸລັກ, ແລະການທ່ອງທ່ຽວດ້ານກະສິກຳ, ຜະລິດຕະພັນ ແລະ ການບໍລິການການທ່ອງທ່ຽວຂອງຊຸມຊົນທ້ອງຖິ່ນ ສາມາດກະຈາຍລາຍໄດ້ໃຫ້ແກ່ທຸກພາກສ່ວນທີ່ຕິດພັນກັບການທ່ອງທ່ຽວ.

ຜູ້ປະກອບການ/ສະຖານທີ່ ທີ່ໄດ້ຮັບລາງວັນມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມອາຊຽນ

ຈະໄດ້ຮັບໃບຢັ້ງຢືນ ແລະ ແຜ່ນປ້າຍລາງວັນມາດຕະຖານການທ່ອງທ່ຽວອາຊຽນຢ່າງເປັນທາງການ ທີ່ສາມາດນໍາໃຊ້ໃນການສົ່ງເສີມການຕະຫຼາດ ແລະ ການຂາຍທາງອອນລາຍ ແລະ ຈະຖືກບັນຈຸເປັນລາຍຊື່ບູລິມະສິດຢູ່ໃນເວັບໄຊທ່ອງທ່ຽວທີ່ເປັນທາງການ ແລະ ເປັນທີ່ຮູ້ຈັກຫຼາຍຂຶ້ນໃນສື່ມວນຊົນໃນ ສປປ ລາວ; ໃນລະດັບສາກົນຜູ້ປະກອບການ/ສະຖານທີ່ດັ່ງກ່າວຈະຖືກບັນຈຸ​ລາຍ​ຊື່​ຢູ່​ໃນ​ເວັບ​ໄຊ​ທາງ​ການ​ຂອງ​ກອງ​ເລຂາ​ມາດຕະຖານການທ່ອງທ່ຽວອາ​ຊຽນ(www.asean.org) ​ແລະ ໄດ້ຮັບການໂຄສະນາ​ໃນ​ເວທີ​ປາ​ໄສ​ການທ່ອງທ່ຽວ​ອາ​ຊຽນປະຈຳ​ປີ, ໃນງານ​ເທດສະການຕ່າງໆ ​ແລະ ໃນເວທີກອງປະຊຸມທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ​.

Image

       ດາວໂຫລດແບບຟອມແຕ່ລະພາສາ:


  • ຟອມສະໝັກ
     English |  Lao 
  • ແບບຟອມການປະເມີນຕົນເອງ
     English |  Lao 
  • ຮຽນຮູ້ ມຕທ ທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມອາຊຽນ
     English |  Lao