
ມາດຕະຖານສະຖານທີ່ຈັດງານຂອງ ສປປ ລາວ
ເພື່ອສ້າງມາດຕະຖານສະຖານທີ່ຈັດງານວາງສະແດງ ສປປ ລາວ ໃຫ້ສອດຄ່ອງກັບມາດຕະຖານສະຖານທີ່ຈັດງານຂອງອາຊຽນ ແລະ ສາກົນ ທີ່ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງຜູ້ຈັດງານວາງສະແດງໄດ້ຢ່າງມີປະສິດທິພາບ ທັງນີ້ກໍ່ເພື່ອພັດທະນາອຸດສາຫະກໍາການຈັດງານວາງສະແດງຂອງ ສປປ ລາວ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວ ແລະ ເປັນສ່ວນສໍາຄັນໜຶ່ງໃນການດຶງດູດນັກທ່ອງທ່ຽວເຂົ້າມາຢ້ຽມຢາມ ສປປ ລາວ.
ມາດຕະຖານສະຖານທີ່ຈັດງານວາງສະແດງ ສປປ ລາວ ໝາຍເຖິງ ສະຖານທີ່ຈັດງານວາງສະແດງທີ່ມີຄຸນລັກສະນະພື້ນຖານຄື: ເນື້ອທີ່ຕໍ່າສຸດບໍ່ຫຼຸດ 800 ຕາແມັດ, ຄວາມສູງແຕ່ພື້ນຫາຈຸດຕໍ່າສຸດຂອງໂຄງສ້າງຫຼັງຄາບໍ່ໃຫ້ຫຼຸດ 5 ແມັດ, ຄວາມສາມາດໃນການຮັບນໍ້າໜ້າຕໍ່າສຸດບໍ່ໃຫ້ຫຼຸດ 0.30 ໂຕນ/ຕາແມັດ. ຕົວຊີ້ບອກຫຼັກສໍາລັບມາດຕະຖານສະຖານທີ່ຈັດງານວາງສະແດງ ສປປ ລາວ ສະບັບນີ້ແມ່ນໄດ້ປັບມາຈາກມາດຕະຖານະສະຖານທີ່ຈັດງານອາຊຽນເພື່ອໃຫ້ມີຄວາມສອດຄ່ອງກັບມາດຕະຖານສະຖານທີ່ຈັດງານວາງສະແດງຂອງ ສປປ ລາວ ຊຶ່ງປະກອບມີ 3 ອົງປະກອບລັກ ເຊັ່ນ: 1) ດ້ານກາຍຍະພາບ; 2) ດ້ານເຕັກໂນໂລຊີ ແລະ 3) ດ້ານການບໍລິການ.
