
ມາດຕະຖານເຮືອນພັກແຮມຂອງ ສປປ ລາວ
ມາດຕະຖານເຮືອນພັກແຮມຂອງ ສປປ ລາວ ສະບັບນີ້ ແມ່ນປະເມີນຢູ່ບັນດາບ້ານເປົ້າໝາຍທີ່ໃຫ້ບໍລິ ການເຮືອນພັກແຮມ ຢູ່ໃນຂອບເຂດທົ່ວປະເທດ. ບັນດາຕົວຊີ້ບອກທີ່ນໍາໃຊ້ໃນການປະເມີນຜົນມາດຕະຖານ ເຮືອນພັກແຮມຂອງ ສປປ ລາວ ແມ່ນອີງໃສ່ ບັນດາຕົວຊີ້ບອກໄດ້ແກ່ : ເງື່ອນໄຂຂອງບ້ານ, ເງື່ອນໄຂຂອງເຈົ້າຂອງ ເຮືອນພັກແຮມ, ເງື່ອນໄຂຂອງຕົວເຮືອນພັກແຮມ, ເງື່ອນໄຂດ້ານກິດຈະກໍາ, ເງື່ອນໄຂດ້ານການບໍລິຫານຄຸ້ມຄອງ, ເງື່ອນໄຂດ້ານທີ່ຕັ້ງຂອງບ້ານ ແລະ ເຮືອນພັກແຮມ, ເງື່ອນໄຂດ້ານສຸຂະນາໄມ ແລະ ຄວາມສະອາດ, ເງື່ອນໄຂດ້ານ ຄວາມປອດໄພ ແລະ ການຮັກສາຄວາມປອດໄພ ແລະ ເງື່ອນໄຂດ້ານການຕະຫຼາດ ແລະ ການໂຄສະນາ. ມາດຕະ ຖານສະບັບນີ້ ຈະບໍ່ຄວບຄຸມເຖິງບັນຫາທີ່ກ່ຽວຂ້ອງກັບມາດຕະຖານອື່ນ
