
ມາດຕະຖານສະຖານທີ່ຈັດງານຂອງ ສປປ ລາວ
ປະເພດສະຖານທີ່ຈັດກອງປະຊຸມ
ເພື່ອສ້າງມາດຕະຖານສະຖານທີ່ຈັດງານ ສປປ ລາວ ໃຫ້ສອດຄ່ອງກັບມາດຕະຖານສະຖານທີ່ຈັດງານຂອງອາຊຽນ ແລະ ສາກົນ ທີ່ສາມາດຕອບສະໜອງກັບຄວາມຮຽນຮ້ອງຕ້ອງການຂອງຜູ້ຈັດງານ ປະເພດຫ້ອງປະຊຸມໄດ້ຢ່າງມີປະສິດທິພາບ ທັງນີ້ກໍ່ເພື່ອພັດທະນາອຸດສາຫະກໍາການຈັດງານຂອງ ສປປ ລາວ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວ ແລະ ເປັນສ່ວນສໍາຄັນໜຶ່ງໃນການດຶງດູດນັກທ່ອງທ່ຽວເຂົ້າມາຢ້ຽມຢາມ ສປປ ລາວ.
ມາດຕະຖານສະຖານທີ່ຈັດງານ ສປປ ລາວ-ປະເພດສະຖານທີ່ຈັດກອງປະຊຸມ/ຫ້ອງປະຊຸມ ປະກອບມີ 3 ດ້ານ ຄື: 1. ດ້ານກາຍຍະພາບ (ມີ 24 ຕົວຊີ້ບອກ); 2. ດ້ານເຕັກໂນໂລຊີ (ມີ 09 ຕົວຊີ້ບອກ); ແລະ 3. ດ້ານການບໍລິການ (ມີ 12 ຕົວຊີ້ບອກ). ທັງໝົດປະກອບມີ 45 ຕົວຊີ້ບອກ ແລະ ບັນດາຕົວຊີ້ບອກເຫຼົ່ານີ້ເນັ້ນໃສ່ມາດຕະຖານສະຖານທີ່ຈັດງານ-ປະເພດສະຖານທີ່ຈັດກອງປະຊຸມ/ຫ້ອງປະຊຸມຢູ່ຕາມໂຮງແຮມ, ຣີສອດ, ສູນກາງປະຊຸມ/ສູນການວາງສະແດງ, ຫ້ອງການພາກລັດ ແລະ ພາກທຸລະ
ກິດຕ່າງໆ.
