
ມາດຕະຖານການບໍລິການສະປາຂອງ ສປປ ລາວ
ມາດຕະຖານການບໍລິການຂອງ ສປປ ລາວ ສະບັບນີ້ ແມ່ນປະເມີນຢ່ ູບັນດາຫົວໜ່ວຍທຸລະກິດບໍລິການສະປາ ຢູ່ຂອບເຂດທົ່ວປະເທດ. ບັນດາຕົວຊີ້ບອກທີ່ນໍາໃຊ້ໃນການປະເມີນຜົນມາດຕະຖານບໍລິການສະປາ ຂອງ ສປປ ລາວ ແມ່ນອີງໃສ່ ບັນດາຕົວຊີ້ບອກໄດ້ແກ່ : ສະຖານທີ່, ການບໍລິການ, ບຸກຄະລາກອນ, ຜະລິດຕະພັນ, ອຸປະກອນ, ການບໍລິຫານ ແລະ ແນວທາງປະຕິບັດດ້ານສີ່ງແວດລ້ອມ. ມາດຕະຖານນີ້ ຈະບ່ໍຄວບຄຸມເຖິງບັນຫາທີ່ກ່ຽວຂ້ອງກັບ ວິຊາຊີບທາງການແພດ. ການບໍລິການຕົ້ນຕໍຂອງຮ້ານສະປາປະກອບມີ: ບໍລິການນວດ, ການບໍາບັດດ້ວຍນໍ້າ, ການ ຮົມ (Sauna), ການອອກກໍາລັງກາຍ, ການດູແລດ້ວຍວິທີການທາງໂພສະນາການ ແລະ ການໃຊ້ສະໝຸນໄພ, ໂປຣ ແກຣມລົດນໍ້າໜັກດ້ວຍອາຫານ, ການຫຼີ້ນໂຢຄະ, ການຝຶກສະມາທິ ຫຼື ບໍລິການທາງວິຊາຊີບອື່ນໆທີ່ມີຈຸດມຸ່ງໝາຍ ເພື່ອຟື້ນຟູສຸຂະພາບຮ່າງກາຍ, ຈິດໃຈ ແລະ ຈິດວິນຍານ. ໃນຮ້ານສະປາຈະມີຂໍ້ຫ້າມບໍ່ໃຫ້ສູບຢາ ແລະ ບໍ່ໃຫ້ ຂາຍເຄື່ອງດື່ມມຶນເມົາ.
