Lao Clean Tourist City Standard

ມາດຕະຖານເມືອງທ່ອງທ່ຽວສະອາດຂອງ ສປປ ລາວ

ແມ່ນປະເມີນຢູ່ບັນດາເມືອງທ່ອງທ່ຽວທີ່ຄົນນິຍົມໄປທ່ຽວຊົມຢ່າງຫຼວງຫຼາຍ, ມີສະຖານທີ່ທ່ອງທ່ຽວທາງທໍາມະຊາດ, ວັດທະນະທໍາ ແລະ ປະຫວັດສາດ. ບັນດາຕົວຊີ້ບອກທີ່ນໍາໃຊ້ໃນການປະເມີນຜົນມາດຕະຖານເມືອງທ່ອງທ່ຽວສະອາດ ສປປ ລາວ ແມ່ນອີງໃສ່ບັນດາຕົວຊີ້ບອກດັ່ງລຸ່ມນີ້: ການຄຸ້ມຄອງສິ່ງແວດລ້ອມ, ຄວາມສະອາດ, ການຈັດການສິ່ງເສດເຫຼືອ, ການປູກຈິດສໍານຶກກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ ແລະ ຄວາມສະອາດ, ພື້ນທີ່ສີຂຽວ, ຄວາມປອດໄພດ້ານສຸຂະພາບ ແລະ ການຮັກສາຄວາມສະຫງົບໃນຕົວເມືອງ, ໂຄງລ່າງພື້ນຖານ ແລະ ສິ່ງອໍານວຍຄວາມສະດວກດ້ານການທ່ອງທ່ຽວ. ຂອບເຂດພື້ນທີ່ເປົ້າໝາຍປະເມີນເມືອງທ່ອງທ່ຽວສະອາດ ສປປ ລາວ ຕ້ອງກໍານົດແຜນທີ່ເມືອງທ່ອງທຽວສະເພາະ ແລະ ປະກອບດ້ວຍອົງປະກອບຫຼັກ ດັ່ງນີ້: ສະຖານທີ່ທ່ອງທ່ຽວ, ສະຖານທີ່ພັກແຮມ (ໂຮງແຮມ, ເຮືອນພັກ, ຣີສອດ), ຮ້ານອາຫານ, ສູນການຄ້າ ຫຼື ຮ້ານຂາຍເຄື່ອງທີ່ລະນຶກ, ຫ້ອງນໍ້າສາທາລະນະ, ສະຖານີຂົນສົ່ງສາທາລະນະ, ພື້ນທີ່ສີຂຽວ, ລະບົບບໍາບັດ ນໍ້າເປື້ອນ, ສະໜາມຂີ້ເຫຍື້ອ ແລະ ຖະໜົນຫຼວງ.

Image
Image

ຮຽນຮູ້ກ່ຽວກັບມາດຕະຖານເມືອງທ່ອງທ່ຽວສະອາດຂອງ ສປປ ລາວ

 English  Lao