ເວັບໄຊນີ້ກ່ຽວກັບຫຍັງ?
ຕອບແບບງ່າຍດາຍ. ເວັບໄຊນີ້ກ່ຽວກັບກ່ຽວກັບມາດຕະຖານການທ່ອງທ່ຽວອາຊຽນເພື່ອເຮັດໃຫ້ທ່ານສາມາດປັບປຸງຄຸນນະພາບທຸລະກິດຂອງທ່ານຄຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມ, ເຮັດໃຫ້ນັກທ່ອງທ່ຽວໄດ້ຮັບປະສົບການການທ່ອງທ່ຽວທີ່ປະທັບໃຈໃນການຮັບຕ້ອນຂອງທ່ານ. ມາດຕະຖານການທ່ອງທ່ຽວອາຊຽນຢູ່ໃນເວັບໄຊນີ້ ແມ່ນມາດຕະຖານການທ່ອງທ່ຽວອາຊຽນຢ່າງເປັນທາງການໃນ ສປປ ລາວ. ຖ້າທຸລະກິດການທ່ອງທ່ຽວຂອງທ່ານສອດຄ່ອງກັບເງື່ອນໄຂ ແລະ ມາດຕະຖານການທ່ອງທ່ຽວອາຊຽນ ທ່ານກໍຈະໄດ້ຮັບການຮັບຮອງມາດຕະຖານການທ່ອງທ່ຽວອາຊຽນ. ທ່ານອາດຈະໄດ້ຮັບການສະເໜີຊື່ໃຫ້ຂຶ້ນຮັບລາງວັນເທີງເວທີໃນກອງປະຊຸມການທ່ອງທ່ຽວອາຊຽນປະຈຳປີອີກດ້ວຍ.

ຜົນປະໂຫຍດທີ່ທ່ານຈະໄດ້ຮັບເມື່ອທ່ານໄດ້ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ
ການໄດ້ຮັບການຢັ້ງຢືນມາດຕະຖານການທ່ອງທ່ຽວອາຊຽນຈະຊ່ວຍເຮັດໃຫ້ທຸລະກິດການທ່ອງທ່ຽວຂອງທ່ານຖຶກບັນຈຸເປັນລາຍຊື່ບູລິມະສິດຢູ່ໃນເວັບໄຊທ່ອງທ່ຽວທີ່ເປັນທາງການນີ້ ແລະ ຢູ່ໃນເວທີສື່ມວນຊົນຂອງສັງຄົມໃນ ສປປ ລາວ. ຊື່ທຸລະກິດຂອງທ່ານຈະໄດ້ລົງໃນລາຍຊື່ຢູ່ໃນເວັບໄຊທາງການຂອງກອງເລຂາອາຊຽນ (www.asean.org) ແລະໄດ້ຮັບການໂຄສະນາໃນເວທີປາໄສການທ່ອງທ່ຽວອາຊຽນປະຈຳປີ, ໃນງານເທດສະການຕ່າງ ແລະ ໃນເວທີກອງປະຊຸມທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ກ່ຽວຂ້ອງ. ທຸລະກິດທີ່ໄດ້ຮັບການຢັ້ງຢືນມາດຕະຖານການທ່ອງທ່ຽວອາຊຽນ ໂດຍທົ່ວໄປແລ້ວຈະມີການດໍາເນີນງານທີ່ດີຂຶ້ນທາງດ້ານຜົນກໍາໄລ, ບຸກຄະລາກອນເຮັດວຽກງານດີຂຶ້ນ ແລະ ມີຕົວຊີ້ວັດດ້ານສັງຄົມ ແລະ ສິ່ງແວດລ້ອມທີ່ດີຂຶ້ນ.
ມາດຕະຖານການທ່ອງທ່ຽວ
ທ່ານຈະເຫັນແບບຟອມສະໝັກ (Application Forms), ແບບຟອມການປະເມີນຕົນເອງ (Self-Assessment Forms) ແລະ ເອກະສານມາດຕະຖານອາຊຽນທີ່ທ່ານສາມາດດາວໂຫຼດຢູ່ໃນເວັບໄຊນີ້.
ໄລຍະເວລາຂອງລາງວັນມາດຕະຖານການທ່ອງທ່ຽວອາຊຽນທີ່ຕ້ອງມີການຕໍ່
ແນວຄວາມຄິດຫຼັກຂອງມາດຕະຖານການທ່ອງທ່ຽວທັງຫມົດທີ່ຢູ່ໃນທຸກໆແຫ່ງໃນໂລກ ກໍ່ຄືຕ້ອງໄດ້ຮັກສາລະດັບມາດຕະຖານຂອງທຸລະກິດໄວ້ໃຫ້ຄົງຢູ່ຈົນເຖິງປັດຈຸບັນ. ນີ້ໝາຍຄວາມວ່າທ່ານຕ້ອງໄດ້ມີການຢັ້ງຢືນມາດຕະຖານຄືນທຸກໆ 2 ປີ ຫຼື 3 ປີ ເພື່ອຮັກສາລາງວັນມາດຕະຖານການທ່ອງທ່ຽວອາຊຽນຂອງທ່ານໄວ້. ການສະໝັກເພືອຂໍການຢັ້ງຢືນຄືນມາດຕະຖານການທ່ອງທ່ຽວຂອງທຸລະກິດຂອງທ່ານນັ້ນ ເປັນເລື່ອງທີ່ງ່າຍດາຍຖ້າທ່ານຍັງຄົງສືບຕໍ່ປັບປຸງ ແລະ ຮັກສາມາດຕະຖານການທ່ອງທ່ຽວອາຊຽນທີ່ທ່ານໄດ້ຮັບ. ທ່ານຈະເຫັນວ່າຂະບວນການຢັ້ງຢືນຄືນຈະມີປະໂຫຍດຫຼາຍ ຄ້າຍຄືກັນກັບວ່າທ່ານໄດ້ 'ກວດສຸຂະພາບ' ທຸລະກິດຂອງທ່ານໃນທຸກໆ 2 ປີ ຫຼື 3 ປີ ເຊີ່ງຈະເຮັດໃຫ້ທ່ານຍັງຄົງມີມາດຕະຖານທີ່ໄດ້ຮັບການຮັບຮອງຈາກທົ່ວໂລກ ເຊີ່ງບັນດາຕົວແທນການທ່ອງທ່ຽວກະແສຫຼັກອື່ນໆ ທັງທາງອອນລາຍ ແລະ ນັກທ່ອງທ່ຽວທົ່ວໂລກກໍ່ກໍາລົງຊອກຫາການບໍລິການຈາກທຸລະກິດການທ່ອງທ່ຽວທີ່ໄດ້ຮັບການຢັ້ງຢືນມາດຕະຖານນີ້.
ເປັນທີ່ຮັບຮູ້ຈາກສາທາລະນະຊົນ
ທຸລະກິດທີ່ໄດ້ຮັບການຢັ້ງຢືນຈະໄດ້ຮັບແຜ່ນປ້າຍຊື່ ແລະ ໂລໂກ້ມາດຕະຖານການທ່ອງທ່ຽວອາຊຽນ ຢ່າງເປັນທາງການ ທີ່ສາມາດນໍາໃຊ້ສໍາລັບເຮັດການຕະຫຼາດ ແລະ ການສົ່ງເສີມການຂາຍທາງອອນລາຍ ແລະ ຍັງມີເຄື່ອງຫມາຍການທ່ອງທ່ຽວ ແລະ ການຕິດສະຫລາກຢູ່ໃນສະຖານທີ່ທຸລະກິດຂອງທ່ານ.