Image

ມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມອາຊຽນ ໃນ ສປປ ລາວ

ການທ່ອງທ່ຽວ​​​ແບບປະຊາຊົນ​ມີ​ສ່ວນ​ຮ່ວມ ​ແມ່ນກິດຈະກໍາການທ່ອງທ່ຽວໜຶ່ງທີ່ຊຸມຊົນທ້ອງຖິ່ນເປັນເຈົ້າຂອງ, ບໍລິຫານ ແລະ ຄຸ້ມຄອງ ຫຼື ປະສານງານຢູ່ຂັ້ນທ້ອງຖິ່ນທີ່ຊ່ວຍເຮັດໃຫ້ຊີວິດການເປັນຢູ່ຂອງຊຸມຊົນດີຂຶ້ນ, ອະນຸລັກຮີດຄອງປະເພນີ ແລະ ປົກປັກຮັກສາຊັບພະຍາກອນທໍາມະຊາດ ແລະ ມໍລະດົກດ້ານວັດທະນະທໍາ.

ມາດຕະຖານ

ຈະຊ່ວຍຍົກສູງຄຸນນະພາບຂອງການບໍລິການ, ປັບປຸງສິ່ງອຳນວຍຄວາມສະດວກ ແລະ ພັດທະນາຊັບພະຍາກອນມະນຸດໃນວຽກງານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ໂດຍການວາງທິດທາງທີ່ມີການບໍລິຫານຈັດການທີ່ດີກວ່າເກົ່າເພື່ອກ້າວໄປສູ່ການຄຸ້ມຄອງໃນລະດັບມືອາຊີບ ເພື່ອສ້າງປະສົບການທີ່ມີຄຸນນະພາບໃຫ້ແກ່ຜູ້ຢ້ຽມຢາມໂດຍສະແດງເຖິງຄວາມອຸດົມສົມບູນຂອງຊັບພະຍາກອນທ້ອງຖິ່ນ, ວິຖີຊີວິດທີ່ເປັນເອກະລັກຂອງປະຊາຊົນລາວບັນດາເຜົ່າ, ທີ່ມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມປອດໄພ ແລະ ໜ້າສົນໃຈ.

Image

ສິ່ງ​ທີ່​ທ່ານ​ຈໍາ​ເປັນ​ຕ້ອງ​ຮູ້

ສໍາລັບການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມທີ່ຈະໄດ້ຮັບລາງວັນມາດຕະຖານ, ຕ້ອງຜ່ານມາດຕະຖານທີ່ຈໍາເປັນເບື້ອງຕົ້ນດັ່ງຕໍ່ໄປນີ້:

  1. ຄະນະຮັບຜິດຊອບ​ການທ່ອງທ່ຽວແບບ​ປະຊາຊົນ​ມີ​ສ່ວນຮ່ວມຕ້ອງ​ຖືກ​ຄັດ​ເລືອກ​ໃຫ້​ມາ​ເປັນ​ຕົວ​ແທນ​ໃຫ້​ແກ່ຊຸມ​ຊົນ ແລະ ປະສານ​ງານ​ການຈັດ​ຕັ້ງ​ປະຕິບັດກິດຈະກຳ​ຕ່າງໆ​ຢູ່​ພາຍໃນ​ຊຸມ​ຊົນ​ນັ້ນ;
  2. ສະມາຊິກຄະນະຮັບຜິດຊອບຂອງການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມຈະຕ້ອງເປັນບຸກຄົນທີ່ບໍ່ເຄີຍຖືກຕ້ອງຄະ ດີໃດໆມາກ່ອນ;
  3. ວຽກ​ງານການທ່ອງທ່ຽວ​​ແບບປະຊາຊົນ​ມີ​ສ່ວນ​ຮ່ວມ​ລວມມີ: ສະມາຊິກ​ ແລະ ​ອະນຸ​ກຳມະການ​ທີ່​ຮັບຜິດຊອບ ການ​ບໍລິການ ​ແລະ ຜະລິດ​ຕະພັນ​ການ​ທ່ອງ​ທ່ຽວ ທີ່​ໄດ້​ລະບຸ​ໄວ້​ນັ້ນ.
  4. ຄະນະ​ກຳມະການຂອງ​ການທ່ອງທ່ຽວ​ແບບ​ປະຊາຊົນ​ມີ​ສ່ວນ​ຮ່ວມ ສຳ​ເລັດ​ການ​ປະ​ເມີນ​ຕົນ​ເອງ
  5. ວຽກ​ງານ​ການທ່ອງທ່ຽວແບບປະ​ຊາ​ຊົນ​ມີ​ສ່ວນ​ຮ່ວມ ໄດ້​ລົງ​ທະ​ບຽນກັບກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ຫຼື ພະແນກ ຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ;
  6. ພາຍຫຼັງທີ່ໄດ້ມີການລົງທະບຽນ ຫລື ໄດ້ຈັດຕັ້ງປະຕິບັດວຽກງານຢ່າງໜ້ອຍ 1 ປີ;
  7. ເພື່ອໄດ້ຮັບການຮັບຮອງ​ມາດຕະຖານການ​ທ່ອງ​ທ່ຽວ​​ແບບປະຊາຊົນ​ມີ​ສ່ວນ​ຮ່ວມ​ ຈະ​ຕ້ອງ​ໄດ້​ຜ່ານ​ການ​ປະ​ເມີນ ແລະ ​ຢັ້ງຢືນ ໂດຍ​ກະຊວງ ຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ຫຼື ພະແນກ ຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ.

ເງື່ອນໄຂຫຼັກຂອງມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມອາຊຽນ ມີຄື:

ເງື່ອນໄຂຫຼັກທີ 1: ການເປັນເຈົ້າຂອງ ແລະ ການຄຸ້ມຄອງຂອງຊຸມຊົນ.

ມີການຄຸ້ມຄອງທີ່ມີປະສິດທິພາບ ແລະ ໂປ່ງໃສ, ໄດ້ຮັບການຮັບຮອງການສ້າງຕັ້ງການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມຢ່າງຖືກຕ້ອງຕາມກົດໝາຍ ແລະ ມີການຮ່ວມມືຂອງບັນດາພາກສ່ວນທີ່ກ່ຽວຂ້ອງທີ່ມີປະສິດທິຜົນ.

ເງື່ອນໄຂຫຼັກທີ 2: ການປະກອບສ່ວນໃຫ້ສັງຄົມ.
ເງື່ອນໄຂຫຼັກທີ 3: ການປະກອບສ່ວນໃນການອະນຸລັກ ແລະ ຮັກສາສິ່ງແວດລ້ອມ.
ເງື່ອນໄຂຫຼັກທີ 4: ການຊຸກຍູ້ສົ່ງເສີມໃຫ້ມີການແລກປ່ຽນ ລະຫວ່າງຊຸມຊົນທ້ອງຖິ່ນ ແລະ ນັກທ່ອງທ່ຽວ.
ເງື່ອນໄຂຫຼັກທີ 5: ການທ່ອງທ່ຽວ ແລະ ການບໍລິການນຳທ່ຽວທີ່ມີຄຸນນະພາບ.
ເງື່ອນໄຂຫຼັກທີ 6: ການບໍລິການອາຫານ ແລະ ເຄື່ອງດື່ມທີ່ມີຄຸນນະພາບ
ເງື່ອນໄຂຫຼັກທີ 7: ຄຸນນະພາບຂອງສະຖານທີ່ພັກເຊົາ.
ເງື່ອນໄຂຫຼັກທີ 8: ຮັບປະກັນການຈັດຕັ້ງປະຕິບັດຂອງຜູ້ປະກອບການທຸລະກິດການທ່ອງທ່ຽວ.
ເງື່ອນໄຂຫຼັກທີ 9: ຄວາມປອດໄພ ແລະ ສຸຂະອານາໄມຂອງຊຸມຊົນ
ເງື່ອນໄຂຫຼັກທີ 10: ການປະດິດເແຕ່ງ, ຄວາມຄິດສ້າງສັນ ແລະ ການນໍາໃຊ້ເຕັກໂນໂລຊີຢູ່ໃນຊຸມຊົນ
Image
Image
Image
ທ່ານສາມາດສະໝັກໄດ້ຜ່ານ ວິທີການອອນລາຍ ຫລື ຢືນເອກະສານດ້ວຍຕົນເອງທ່ານສາມາດເບີ່ງແຖບດ້ານລຸ່ມ
ຮຸບແບບທີ 1: ຂັ້ນຕອນສະໝັກທາງເວັບໄຊ

  • ຂັ້ນຕອນທີ 1: ອົງການຈັດຕັ້ງຜູ້ຮັບຜິດຊອບ download ແບບຟອມປະເມີນຕົນເອງ
  • ຂັ້ນຕອນທີ 2: ອົງການຈັດຕັ້ງຜູ້ຮັບຜິດຊອບດໍາເນີນການປະເມີນຕົນເອງໂດຍອີງຕາມແບບຟອມ (ທ່ານສາມາດປຶກສາກັບ ກົມກ່ຽວຂ້ອງ ກະຊວງ ຖວທ ແລະ ພະແນກ ຖວທ ແຂວງ ເພື່ອຂໍຄໍາແນະນໍາເພີ່ມເຕີມ)
  • ຂັ້ນຕອນທີ 3: ອົງການຈັດຕັ້ງຜູ້ຮັບຜິດຊອບຍື່ນໃບສະໝັກແບບອອກລາຍ ແລະ ແບບຟອມປະເມີນຕົນເອງແບບອອນລາຍ ພ້ອມກັບເອກະສານຄັດຕິດທາງເວັບໄຊ.
  • ຂັ້ນຕອນທີ 4: ອົງການຈັດຕັ້ງຜູ້ຮັບຜິດຊອບລໍຖ້າການຕອບຮັບຈາກພາກສ່ວນທີ່ກ່ຽວຂ້ອງ (ພາຍໃນ 1-3 ອາທິດ) ທາງ ໂທລະສັບ/ອີເມັລ/online
  • ຂັ້ນຕອນທີ 5: ຄະນະກໍາມະການລົງປະເມີນຕົວຈິງ ຕາມເວລາທີນັດໝາຍ
  • ຂັ້ນຕອນທີ 6: ແຈ້ງຜົນການປະເມີນຕົວຈິງໃຫ້ອົງການຈັດຕັ້ງຜູ້ຮັບຜິດຊອບຮັບຊາບ (ພາຍໃນ 1-3 ອາທິດ) ທາງ ໂທລະສັບ/ອີເມັລ/online
  • ຂັ້ນຕອນທີ 7: ມອບລາງວັນພ້ອມໃບຢັ້ງຢືນມາດຕະຖານການທ່ອງທ່ຽວອາຊຽນ
ຮຸບແບບທີ 2: ຂັ້ນຕອນສະໝັກໃນຮູບແບບຍື່ນເອກະສານຢູ່ກົມທີ່ກ່ຽວຂ້ອງ ກະຊວງ ຖວທ ຫຼື ພະແນກ ຖວທ ແຂວງ
 
  • ຂັ້ນຕອນທີ 1: ອົງການຈັດຕັ້ງຜູ້ຮັບຜິດຊອບ download ແບບຟອມສະໝັກ ແລະ ແບບຟອມປະເມີນຕົນເອງ
  • ຂັ້ນຕອນທີ 2: ອົງການຈັດຕັ້ງຜູ້ຮັບຜິດຊອບດໍາເນີນການປະເມີນຕົນເອງໂດຍອີງຕາມແບບຟອມ (ທ່ານສາມາດປຶກສາກັບ ກົມກ່ຽວຂ້ອງ ກະຊວງ ຖວທ ແລະ ພະແນກ ຖວທ ແຂວງ ເພື່ອຂໍຄໍາແນະນໍາເພີ່ມເຕີມ)
  • ຂັ້ນຕອນທີ 3: ອົງການຈັດຕັ້ງຜູ້ຮັບຜິດຊອບຍື່ນໃບສະໝັກ ແລະ ແບບຟອມປະເມີນຕົນເອງ ພ້ອມກັບເອກະສານຄັດຕິດຢູ່ກົມທີ່ກ່ຽວຂ້ອງ ກະຊວງ ຖວທ ຫຼື ພະແນກ ຖວທ ແຂວງ
  • ຂັ້ນຕອນທີ 4: ອົງການຈັດຕັ້ງຜູ້ຮັບຜິດຊອບລໍຖ້າການຕອບຮັບຈາກພາກສ່ວນທີ່ກ່ຽວຂ້ອງ (ພາຍໃນ 1-3 ອາທິດ) ທາງ ໂທລະສັບ ແລະ ອີເມັລ
  • ຂັ້ນຕອນທີ 5: ຄະນະກໍາມະການລົງປະເມີນຕົວຈິງ ຕາມເວລາທີນັດໝາຍ
  • ຂັ້ນຕອນທີ 6: ແຈ້ງຜົນການປະເມີນຕົວຈິງໃຫ້ອົງການຈັດຕັ້ງຜູ້ຮັບຜິດຊອບຮັບຊາບ (ພາຍໃນ 1-3 ອາທິດ)
  • ຂັ້ນຕອນທີ 7: ມອບລາງວັນພ້ອມໃບຢັ້ງຢືນມາດຕະຖານການທ່ອງທ່ຽວອາຊຽນ

ດາວໂຫລດແບບຟອມແຕ່ລະພາສາ:

  • ຟອມສະໝັກ
     English |  Lao 
  • ແບບຟອມການປະເມີນຕົນເອງ
     English |  Lao 
  • ຮຽນຮູ້ ມຕທ ທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມອາຊຽນ
     English |  Lao
Image

ບັນຊີລາຍຊື່ຄູປະເມີນມາດຕະຖານການທ່ອງທ່ຽວອາຊຽນ ແລະ ລະດັບຊາດ ຂອງ ສປປ ລາວ

ຄູປະເມີນມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມອາຊຽນ

ທ່ານ ສົມໄຊ ສີປະເສີດ

  • ຄູປະເມີນມາດຕະຖານການທ່ອງທ່ຽວແບບ
    ປະຊາຊົນມີສ່ວນຮ່ວມອາຊຽນ
  • ຄູປະເມີນມາດຕະຖານການບໍລິການສະປາອາຊຽນ
  • ຄູປະເມີນລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ

ທ່ານ ຫີນເພັດ ໄຊຍະວົງ

  • ຄູປະເມີນມາດຕະຖານການທ່ອງທ່ຽວແບບ
    ປະຊາຊົນມີສ່ວນຮ່ວມອາຊຽນ

ທ່ານ ອາລຸນ ບຸນດວງມະໂນສຸກ

  • ຄູປະເມີນມາດຕະຖານການທ່ອງທ່ຽວແບບ
    ປະຊາຊົນມີສ່ວນຮ່ວມອາຊຽນ

ຄູປະເມີນມາດຕະຖານລະດັບຊາດ

ທ່ານ ຫີນເພັດ ໄຊຍະວົງ

  • ຄູປະເມີນມາດຕະຖານການທ່ອງທ່ຽວແບບ
    ປະຊາຊົນມີສ່ວນຮ່ວມ ອາຊຽນ ລະດັບຊາດ

ທ່ານ ອາລຸນ ບຸນດວງມະໂນສຸກ

  • ຄູປະເມີນມາດຕະຖານການທ່ອງທ່ຽວແບບ
    ປະຊາຊົນມີສ່ວນຮ່ວມອາຊຽນ ລະດັບຊາດ

ທ່ານ ວົງເພັດ ໄຊຍະລາດ

  • ຄູປະເມີນມາດຕະຖານການທ່ອງທ່ຽວແບບ
    ປະຊາຊົນມີສ່ວນຮ່ວມອາຊຽນ ລະດັບຊາດ