
ມາດຕະຖານໂຮງແຮມຂຽວອາຊຽນໃນ ສປປ ລາວ
ອີງຕາມການຂະຫຍາຍຕົວຂອງພາກອຸດສາຫະກໍາການທ່ອງທ່ຽວທົ່ວໂລກ. ໃນປະຈຸບັນນີ້ທ່າອ່ຽງຂອງການທ່ອງ ທ່ຽວແບບໃໝ່ແມ່ນເນັ້ນໃສ່ການທ່ອງທ່ຽວແບບມີຄວາມຮັບຜິດຊອບ ແລະ ການທ່ອງທ່ຽວແບບຢຶນຍົງທີ່ເນັ້ນໃສ່ຄໍາວ່າ “ການທ່ອງທ່ຽວແບບສີຂຽວ ເປັນມິດກັບສິ່ງແວດລ້ອມ”.
ມາດຕະຖານໂຮງແຮມຂຽວ
ອາຊຽນ
ມີຈຸດປະສົງເພື່ອຊຸກຍູ້ບັນດາຫົວໜ່ວຍທຸລະກິດໂຮງແຮມ ຫຼື ລີສອດທີ່ຕ້ອງການບັນລຸມາດຕະຖານຄວາມຍືນຍົງທາງດ້ານສິ່ງແວດລ້ອມ ແລະ ການປະຢັດພະລັງງານ. ມາດຕະຖານນີ້ຈະສ້າງໃຫ້ມີການປະຕິບັດງານຢ່າງເປັນມືອາຊີບຕໍ່ໂຮງແຮມຂຽວ ເຊັ່ນ ມີແຜນຮັກສາສິ່ງແວດລ້ອມ, ການນໍາໃຊ້ຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມ, ມີການຄຸ້ມຄອງພະນັກງານ ແລະ ສິ່ງແວດລ້ອມຢ່າງມີຄວາມຮັບຜິດຊອບ.

ໂຮງແຮມ/ລີສອດມີແຜນຄຸ້ມຄອງສິ່ງແວດລ້ອມສໍາລັບການດຳເນີນທຸລະກິດໂຮງແຮມ ແລະ ສົ່ງເສີມກິດຈະກຳຮັກສາສິ່ງແວດລ້ອມໃຫ້ພະນັກງານໂຮງແຮມ, ແຂກທີ່ມາໃຊ້ການບໍລິການຂອງໂຮງແຮມ ແລະ ຜູ້ສະໜອງສິນຄ້າໃຫ້ໂຮງແຮມ ແລະ ມີການຕິດຕາມກວດກາການຄຸ້ມຄອງສິ່ງແວດລ້ອມເປັນປະຈໍາ.

ທົດລອງປະເມີນໂຮງແຮມທ່ານ
Online Test

ໂຮງແຮມ/ລີສອດ ນໍາໃຊ້ເຕັກນິກ ແລະ ອຸປະກອນ ເພື່ອຊ່ວຍໃນການປະຢັດນໍ້າ, ມີການບົວລະບັດຮັກສາເຄື່ອງອຸປະກອນເພື່ອຊ່ວຍປະຢັດນ້ຳຢ່າງເປັນປົກກະຕິ, ຊຸກຍູ້ໃຫ້ແຂກທີ່ມາພັກຢູ່ໂຮງແຮມມີສ່ວນຮ່ວມໃນການປະຢັດນ້ຳ ແລະ ຮັບປະກັນຄວາມສະອາດຂອງນ້ຳທີ່ໃຊ້ຢູ່ພາຍໃນໂຮງແຮມ.

ທ່ານສາມາດສະໝັກໄດ້ຜ່ານວິທີການອອນລາຍ ຫລືຢືນເອກະສານດ້ວຍຕົນເອງທ່ານສາມາດເບີ່ງແຖບດ້ານລຸ່ມ
ຂະບວນການສະໝັກທາງເວັບໄຊ
- ຂັ້ນຕອນທີ 1: ຜູ້ສະໝັກຂຽນຂໍ້ມູນລົງໃນໃບສະໝັກແບບອອນລາຍ ແລະ ແບບຟອມປະເມີນຕົນເອງແບບອອນລາຍ ແລະ ຕິດຄັດ ເອກະສານຕ່າງໆທີ່ກ່ຽວຂ້ອງຜ່ານທາງອອນລາຍ.
- ຂັ້ນຕອນທີ 2: ຜູ້ສະໝັກລໍຖ້າການຕອບຮັບຈາກພາກສ່ວນທີ່ກ່ຽວຂ້ອງ (ພາຍໃນ 1-3 ອາທິດ) ທາງເວັບໄຊ, ໂທລະສັບ ແລະ ອີເມັລ.
- ຂັ້ນຕອນທີ 3: ຄະນະກໍາມະການຈາກກົມກ່ຽວຂ້ອງກະຊວງ ຖວທ ຫຼື ພະແນກ ຖວທ ແຂວງ ລົງປະເມີນຕົວຈິງໃນສະຖານທີ່ຂອງຜູ້ສະໝັກຕາມເວລາທີໄດ້ນັດໝາຍ.
- ຂັ້ນຕອນທີ 4: ຄະນະກໍາມະການແຈ້ງຜົນການປະເມີນຕົວຈິງໃຫ້ຜູ້ສະໝັກຮັບຊາບ (ພາຍໃນ 1-3 ອາທິດ).
- ຂັ້ນຕອນທີ 5: ມອບລາງວັນພ້ອມໃບຢັ້ງຢືນມາດຕະຖານການທ່ອງທ່ຽວອາຊຽນໃຫ້ກັບຜູ້ສະໝັກ.
ຂະບວນການສະໝັກໃນຮູບແບບຍື່ນເອກະສານຢູ່ກົມທີ່ກ່ຽວຂ້ອງ ກະຊວງ ຖວທ ຫຼື ພະແນກ ຖວທ ແຂວງ
- ຂັ້ນຕອນທີ 1: ຜູ້ສະໝັກດາວໂລດ ແບບຟອມສະໝັກ ແລະ ແບບຟອມປະເມີນຕົນເອງ
- ຂັ້ນຕອນທີ 2: ຜູ້ສະໝັກຍື່ນໃບສະໝັກ ແລະ ແບບຟອມປະເມີນຕົນເອງທີ່ໄດ້ໃສ່ຂໍ້ມຸນຄົບຖ້ວນແລ້ວ ພ້ອມກັບເອກະສານຕ່າງໆທີ່ກ່ຽວຂ້ອງ ຢູ່ທີ່ກົມກ່ຽວຂ້ອງກະຊວງ ຖວທ ຫຼື ພະແນກ ຖວທ ແຂວງ
- ຂັ້ນຕອນທີ 3: ຜູ້ສະໝັກລໍຖ້າການຕອບຮັບຈາກພາກສ່ວນທີ່ກ່ຽວຂ້ອງ (ພາຍໃນ 1-3 ອາທິດ) ທາງ ໂທລະສັບ ແລະ ອີເມັລ
- ຂັ້ນຕອນທີ 4: ຄະນະກໍາມະການຈາກກົມກ່ຽວຂ້ອງກະຊວງ ຖວທ ຫຼື ພະແນກ ຖວທ ແຂວງ ລົງປະເມີນຕົວຈິງໃນສະຖານທີ່ຂອງຜູ້ສະໝັກຕາມເວລາທີໄດ້ນັດໝາຍ
- ຂັ້ນຕອນທີ 5: ຄະນະກໍາມະການແຈ້ງຜົນການປະເມີນຕົວຈິງໃຫ້ຜູ້ສະໝັກຮັບຊາບ (ພາຍໃນ 1-3 ອາທິດ)
- ຂັ້ນຕອນທີ 6: ມອບລາງວັນພ້ອມໃບຢັ້ງຢືນມາດຕະຖານການທ່ອງທ່ຽວອາຊຽນໃຫ້ກັບຜູ້ສະໝັກ.
ດາວໂຫລດແບບຟອມແຕ່ລະພາສາ:
ບັນຊີລາຍຊື່ຄູປະເມີນມາດຕະຖານການທ່ອງທ່ຽວອາຊຽນ ແລະ ລະດັບຊາດ ຂອງ ສປປ ລາວ
ຄູປະເມີນມາດຕະຖານໂຮງແຮມຂຽວອາຊຽນ

ທ່ານ ນາງ ອາລຸນນີ ປັນຍາສິດ
- ຄູປະເມີນມາດຕະຖານໂຮງແຮມຂຽວອາຊຽນ
- ຄູປະເມີນມາດຕະຖານການບໍລິການສະປາອາຊຽນ

ທ່ານ ບຸນເສີດ ໄຊຍະແສງ
- ຄູປະເມີນມາດຕະຖານໂຮງແຮມຂຽວອາຊຽນ
- ຄູປະເມີນມາດຕະຖານການບໍລິການສະປາອາຊຽນ
- ຄູປະເມີນມາດຕະຖານເມືອງທ່ອງທ່ຽວສະອາດ
ອາຊຽນ
ຄູປະເມີນມາດຕະຖານລະດັບຊາດ

ທ່ານ ສີສົມພອນ ສຣິດທິລາດ
- ຄູປະເມີນມາດຕະຖານໂຮງແຮມຂຽວອາຊຽນ
ລະດັບຊາດ

ທ່ານ ນາງ ນ້ອຍ ສະພັງທອງ
- ຄູປະເມີນມາດຕະຖານໂຮງແຮມຂຽວອາຊຽນ
ລະດັບຊາດ - ຄູປະເມີນມາດຕະຖານການບໍລິການສະປາອາຊຽນ
ລະດັບຊາດ

ທ່ານ ນາງ ສຸນິສາ ວົງດາລາ
- ຄູປະເມີນມາດຕະຖານໂຮງແຮມຂຽວອາຊຽນ
ລະດັບຊາດ