ມາດຕະຖານສະຖານທີ່ຈັດງານອາຊຽນປະເພດສະຖານທີ່ຈັດກອງປະຊຸມ
ທຸລະກິດກ່ຽວກັບການຈັດກອງປະຊຸມ (Meeting), ການທ່ອງທ່ຽວຈາກການໄດ້ຮັບລາງວັນ (Incentive), ກອງປະຊຸມຂະໜາດໃຫຍ່ (Convention), ງານວາງສະແດງ (Exhibition) ແລະ ທຸລະກິດຮັບຈັດງານເທດສະການຕ່າງໆ (Event). (MICE) ດຶງດູດນັກທ່ອງທ່ຽວຈໍານວນຫຼວງຫຼາຍທີ່ໃຊ້ຈ່າຍສູງ, ທຸລະກິດນີ້ໄດ້ສ້າງລາຍຮັບ ແລະ ວຽກເຮັດງານທໍາໃຫ້ຫຼາຍປະເທດໃນໂລກ. ສະນັ້ນ ທຸລະກິດ (MICE) ໄດ້ສ້າງໂອກາດທີ່ສໍາຄັນໃຫ້ປະເທດລາວ. ນັບແຕ່ປີ 2017 ເປັນຕົ້ນມາ, ສປປ ລາວ ໄດ້ຮັບຮອງເອົາ ແລະ ຢູ່ໃນຂັ້ນຕອນການຈັດຕັ້ງປະຕິບັດມາດຕະຖານສະຖານທີ່ຈັດງານອາຊຽນ.


ທ່ານສາມາດສະໝັກໄດ້ຜ່ານວິທີການອອນລາຍ ຫລື ຢືນເອກະສານດ້ວຍຕົນເອງທ່ານສາມາດເບີ່ງແຖບດ້ານລຸ່ມ
ສິ່ງທີ່ທ່ານຈໍາເປັນຕ້ອງຮູ້
ລາງວັນມາດຕະຖານສະຖານທີ່ຈັດງານອາຊຽນປະເພດສະຖານທີ່ຈັດກອງປະຊຸມປະຕິບັດຕາມຂັ້ນຕອນດັ່ງຕໍ່ໄປນີ
ຮຸບແບບທີ 1: ຂັ້ນຕອນສະໝັກທາງເວັບໄຊ
- ຂັ້ນຕອນທີ 1: ເຈົ້າຂອງທຸລະກິດ download ແບບຟອມປະເມີນຕົນເອງ
- ຂັ້ນຕອນທີ 2: ເຈົ້າຂອງທຸລະກິດດໍາເນີນການປະເມີນຕົນເອງໂດຍອີງຕາມແບບຟອມ (ທ່ານສາມາດປຶກສາກັບ ກົມກ່ຽວຂ້ອງ ກະຊວງ ຖວທ ແລະ ພະແນກ ຖວທ ແຂວງ ເພື່ອຂໍຄໍາແນະນໍາເພີ່ມເຕີມ)
- ຂັ້ນຕອນທີ 3: ເຈົ້າຂອງທຸລະກິດຍື່ນໃບສະໝັກແບບອອນລາຍ ແລະ ແບບຟອມປະເມີນຕົນເອງແບບອອນລາຍ ພ້ອມກັບເອກະສານຄັດຕິດທາງເວັບໄຊ.
- ຂັ້ນຕອນທີ 4: ເຈົ້າຂອງທຸລະກິດລໍຖ້າການຕອບຮັບຈາກພາກສ່ວນທີ່ກ່ຽວຂ້ອງ (ພາຍໃນ 1-3 ອາທິດ) ທາງ ໂທລະສັບ/ອີເມັລ/online
- ຂັ້ນຕອນທີ 5: ຄະນະກໍາມະການລົງປະເມີນຕົວຈິງ ຕາມເວລາທີນັດໝາຍ
- ຂັ້ນຕອນທີ 6: ແຈ້ງຜົນການປະເມີນຕົວຈິງໃຫ້ອົງການຈັດຕັ້ງຜູ້ຮັບຜິດຊອບຮັບຊາບ (ພາຍໃນ 1-3 ອາທິດ) ທາງ ໂທລະສັບ/ອີເມັລ/online
- ຂັ້ນຕອນທີ 7: ມອບລາງວັນພ້ອມໃບຢັ້ງຢືນມາດຕະຖານການທ່ອງທ່ຽວອາຊຽນ
ຮຸບແບບທີ 2: ຂັ້ນຕອນສະໝັກໃນຮູບແບບຍື່ນເອກະສານຢູ່ກົມທີ່ກ່ຽວຂ້ອງ ກະຊວງ ຖວທ ຫຼື ພະແນກ ຖວທ ແຂວງ
- ຂັ້ນຕອນທີ 1: ເຈົ້າຂອງທຸລະກິດ download ແບບຟອມສະໝັກ ແລະ ແບບຟອມປະເມີນຕົນເອງ
- ຂັ້ນຕອນທີ 2: ເຈົ້າຂອງທຸລະກິດດໍາເນີນການປະເມີນຕົນເອງໂດຍອີງຕາມແບບຟອມ (ທ່ານສາມາດປຶກສາກັບ ກົມກ່ຽວຂ້ອງ ກະຊວງ ຖວທ ແລະ ພະແນກ ຖວທ ແຂວງ ເພື່ອຂໍຄໍາແນະນໍາເພີ່ມເຕີມ)
- ຂັ້ນຕອນທີ 3: ເຈົ້າຂອງທຸລະກິດຍື່ນໃບສະໝັກ ແລະ ແບບຟອມປະເມີນຕົນເອງ ພ້ອມກັບເອກະສານຄັດຕິດຢູ່ກົມທີ່ກ່ຽວຂ້ອງ ກະຊວງ ຖວທ ຫຼື ພະແນກ ຖວທ ແຂວງ
- ຂັ້ນຕອນທີ 4: ເຈົ້າຂອງທຸລະກິດລໍຖ້າການຕອບຮັບຈາກພາກສ່ວນທີ່ກ່ຽວຂ້ອງ (ພາຍໃນ 1-3 ອາທິດ) ທາງ ໂທລະສັບ ແລະ ອີເມັລ
- ຂັ້ນຕອນທີ 5: ຄະນະກໍາມະການລົງປະເມີນຕົວຈິງ ຕາມເວລາທີນັດໝາຍ
- ຂັ້ນຕອນທີ 6: ແຈ້ງຜົນການປະເມີນຕົວຈິງໃຫ້ອົງການຈັດຕັ້ງຜູ້ຮັບຜິດຊອບຮັບຊາບ (ພາຍໃນ 1-3 ອາທິດ)
- ຂັ້ນຕອນທີ 7: ມອບລາງວັນພ້ອມໃບຢັ້ງຢືນມາດຕະຖານການທ່ອງທ່ຽວອາຊຽນ