
ມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ ໃນ ສປປ ລາວ
ໃນປັດຈຸບັນມີຫຼາຍເມືອງໄດ້ຮັບການພັດທະນາເປັນຢ່າງດີຢູ່ທົ່ວພາກພື້ນ, ບາງຕົວເມືອງໄດ້ກາຍເປັນຈຸດໝາຍປາຍທາງການທ່ອງທ່ຽວ. ຊຶ່ງເປັນໂອກາດອັນດີໃນການສົ່ງເສີມບັນດາເມືອງເຫຼົ່ານີ້ໃຫ້ມີການພັດທະນາເປັນປະຕູເຂົ້າທໍາອິດ (gate way) ທີ່ຕ້ອນຮັບນັກທ່ອງທ່ຽວເຂົ້າສູ່ປະເທດ. ສິ່ງສໍາຄັນໃນການພັດທະນາການທ່ອງທ່ຽວລະດັບຊາດ ແລະ ພາກພື້ນ ແມ່ນການປົກປັກຮັກສາສິ່ງແວດລ້ອມ, ສ້າງພາບພົດ ແລະ ຊື່ສຽງທີ່ດີໃຫ້ແກ່ເມືອງຕ່າງໆເຊິ່ງເປັນ “ໃບໜ້າ” ຂອງປະເທດ ທີ່ມີແຫຼ່ງທ່ອງທ່ຽວທາງວັດທະນະທຳ, ທໍາມະຊາດ, ປະຫວັດສາດ ແລະ ກະສິກຳ ຫຼື ສະຖານທີ່ທ່ອງທ່ຽວທີ່ມະນຸດສ້າງຂຶ້ນ.
ເປັນເຄື່ອງມືໃນການປັບປຸງຄຸນນະພາບການທ່ອງທ່ຽວຂອງບັນດາຕົວເມືອງຢູ່ພາຍໃນແຕ່ລະປະເທດໃຫ້ດີຂຶ້ນ, ເປັນຍຸດທະສາດສຳຄັນໃນການພັດທະນາ ແລະ ປັບປຸງບັນດາຕົວເມືອງຕ່າງໆໃຫ້ມີຄວາມສະອາດສວຍງາມ, ປັບປຸງສະພາບແວດລ້ອມ, ສຸຂະອະນາໄມ ແລະ ສົ່ງເສີມສະຖານທີ່ທ່ອງທ່ຽວຕ່າງໆທີ່ມີພາຍໃນຕົວເມືອງ ດັ່ງທີ່ຮັບຮູ້ແລ້ວວ່າ, ການບໍລິການ ແລະ ການຕ້ອນຮັບນັກທ່ອງທ່ຽວໃນເຂດຕົວເມືອງ ແມ່ນມີຄວາມສໍາຄັນຫຼາຍ ເນື່ອງຈາກສະຖານທີ່ທ່ອງທ່ຽວຫຼາຍແຫ່ງແມ່ນຕັ້ງຢູ່ໃຈກາງເມືອງ ແລະ ໃກ້ກັບຕົວເມືອງ. ການຈັດຕັ້ງປະຕິບັດມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ ຈຶ່ງເປັນສິ່ງຈໍາເປັນເພື່ອເຮັດໃຫ້ບັນດາປະເທດສະມາຊິກອາຊຽນມີມາດຕະຖານເປັນອັນດຽວກັນ ເພື່ອສ້າງຄວາມເພິ່ງພໍໃຈໃຫ້ແກ່ນັກທ່ອງທ່ຽວ, ມີນັກທ່ອງທ່ຽວມາທ່ຽວເພີ້ມຂຶ້ນ, ຊ່ວຍປົກປັກຮັກສາສິ່ງແວດລ້ອມ, ຫຼຸດຜ່ອນຜົນກະທົບຈາກການປ່ຽນແປງດິນຟ້າອາກາດ ແລະ ປະກອບສ່ວນປັບປຸງຄຸນນະພາບຊີວິດໃຫ້ແກ່ປະຊາຊົນທ້ອງຖິ່ນໃຫ້ດີຂຶ້ນ.

ສິ່ງທີ່ທ່ານຄວນຮູ້
- ກົມພັດທະນາການທ່ອງທ່ຽວ, ກະຊວງ ຖວທ ຈະເປັນຜູ້ປະສານງານໃນການປະເມີນ ແລະ ຢັ້ງຢືນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ
- ເມືອງສາມາດສະຫມັກໄດ້ທຸກເວລາ (ບໍ່ໄດ້ຈໍາກັດຈໍານວນເມືອງທີ່ຈະສະໝັກເພື່ອຂໍປະເມີນ ແລະ ຮັບລາງວັນ)
- ຄະນະປະເມີນຂັ້ນແຂວງ ຈະເປັນຜູ້ປະເມີນ ແລະ ລາຍງານຜົນການປະເມີນຕໍ່ຄະນະປະເມີນຂັ້ນກະຊວງ
- ຄະນະປະເມີນຂັ້ນກະຊວງ ຈະລົງປະເມີນເພື່ອຢັ້ງຢືນຜົນການປະເມີນຂັ້ນແຂວງ
- ຄະນະປະເມີນຂັ້ນກະຊວງ ແລະ ຂັ້ນແຂວງ ຈະໄດ້ຮັບຮອງເອົາຜົນການປະເມີນສຸດທ້າຍ
- ຄະນະປະເມີນຂັ້ນກະຊວງ ຈະມອບໃບຢັ້ງຢືນ ແລະ ລາງວັນໃຫ້ເມືອງທີ່ຜ່ານການປະເມີນ
ເງື່ອນໄຂຫຼັກຂອງມາດຕະຖານ ເມືອງທ່ອງທ່ຽວສະອາດອາຊຽນ ມີຄື:

ປະກອບມີ: ການວາງແຜນຜັງເມືອງ, ຈັດຕັ້ງປະຕິບັດລະບຽບດ້ານສິ່ງແວດລ້ອມ, ຫຼູດຜ່ອນມົນລະຜິດທາງນໍ້າ, ທາງອາກາດ ແລະ ທາງສຽງ, ມີລະບົບການຂົນສົ່ງທີ່ເປັນມິດກັບສິ່ງແວດລ້ອມ ແລະ ການນໍາໃຊ້ພະລັງງານແບບຢືນຍົງ.



ທ່ານສາມາດສະໝັກໄດ້ຜ່ານວິທີການອອນລາຍ ຫລືຢືນເອກະສານດ້ວຍຕົນເອງທ່ານສາມາດເບີ່ງແຖບດ້ານລຸ່ມ
ຂະບວນການສະໝັກທາງເວັບໄຊ
- ຂັ້ນຕອນທີ 1: ຜູ້ສະໝັກຂຽນຂໍ້ມູນລົງໃນໃບສະໝັກແບບອອນລາຍ ແລະ ແບບຟອມປະເມີນຕົນເອງແບບອອນລາຍ ແລະ ຕິດຄັດ ເອກະສານຕ່າງໆທີ່ກ່ຽວຂ້ອງຜ່ານທາງອອນລາຍ
- ຂັ້ນຕອນທີ 2: ຜູ້ສະໝັກລໍຖ້າການຕອບຮັບຈາກພາກສ່ວນທີ່ກ່ຽວຂ້ອງ (ພາຍໃນ 1-3 ອາທິດ) ທາງເວັບໄຊ, ໂທລະສັບ ແລະ ອີເມັລ
- ຂັ້ນຕອນທີ 3: ຄະນະກໍາມະການຈາກກົມກ່ຽວຂ້ອງກະຊວງ ຖວທ ຫຼື ພະແນກ ຖວທ ແຂວງ ລົງປະເມີນຕົວຈິງໃນສະຖານທີ່ຂອງຜູ້ສະໝັກຕາມເວລາທີໄດ້ນັດໝາຍ
- ຂັ້ນຕອນທີ 4: ຄະນະກໍາມະການແຈ້ງຜົນການປະເມີນຕົວຈິງໃຫ້ຜູ້ສະໝັກຮັບຊາບ (ພາຍໃນ 1-3 ອາທິດ)
- ຂັ້ນຕອນທີ 5: ມອບລາງວັນພ້ອມໃບຢັ້ງຢືນມາດຕະຖານການທ່ອງທ່ຽວອາຊຽນໃຫ້ກັບຜູ້ສະໝັກ.
ຮຸບແບບທີ 2: ຂັ້ນຕອນສະໝັກໃນຮູບແບບຍື່ນເອກະສານຢູ່ກົມທີ່ກ່ຽວຂ້ອງ ກະຊວງ ຖວທ ຫຼື ພະແນກ ຖວທ ແຂວງ
- ຂັ້ນຕອນທີ 1: ຜູ້ສະໝັກ download ແບບຟອມສະໝັກ ແລະ ແບບຟອມປະເມີນຕົນເອງ
- ຂັ້ນຕອນທີ 2: ຜູ້ສະໝັກຍື່ນໃບສະໝັກ ແລະ ແບບຟອມປະເມີນຕົນເອງທີ່ໄດ້ໃສ່ຂໍ້ມຸນຄົບຖ້ວນແລ້ວ ພ້ອມກັບເອກະສານຕ່າງໆທີ່ກ່ຽວຂ້ອງ ຢູ່ທີ່ກົມກ່ຽວຂ້ອງກະຊວງ ຖວທ ຫຼື ພະແນກ ຖວທ ແຂວງ
- ຂັ້ນຕອນທີ 3: ຜູ້ສະໝັກລໍຖ້າການຕອບຮັບຈາກພາກສ່ວນທີ່ກ່ຽວຂ້ອງ (ພາຍໃນ 1-3 ອາທິດ) ທາງ ໂທລະສັບ ແລະ ອີເມັລ
- ຂັ້ນຕອນທີ 4: ຄະນະກໍາມະການຈາກກົມກ່ຽວຂ້ອງກະຊວງ ຖວທ ຫຼື ພະແນກ ຖວທ ແຂວງ ລົງປະເມີນຕົວຈິງໃນສະຖານທີ່ຂອງຜູ້ສະໝັກຕາມເວລາທີໄດ້ນັດໝາຍ
- ຂັ້ນຕອນທີ 5: ຄະນະກໍາມະການແຈ້ງຜົນການປະເມີນຕົວຈິງໃຫ້ຜູ້ສະໝັກຮັບຊາບ (ພາຍໃນ 1-3 ອາທິດ)
- ຂັ້ນຕອນທີ 6: ມອບລາງວັນພ້ອມໃບຢັ້ງຢືນມາດຕະຖານການທ່ອງທ່ຽວອາຊຽນໃຫ້ກັບຜູ້ສະໝັກ.

ບັນຊີລາຍຊື່ຄູປະເມີນມາດຕະຖານການທ່ອງທ່ຽວອາຊຽນ ແລະ ລະດັບຊາດ ຂອງ ສປປ ລາວ
ຄູປະເມີນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ
ທ່ານ ນາງ ພອນມະລີ ອິນທະພົມ
- ຄູປະເມີນມາດຕະຖານເມືອງທ່ອງທ່ຽວສະອາດ
ອາຊຽນ
ທ່ານ ບຸນເສີດ ໄຊຍະແສງ
- ຄູປະເມີນມາດຕະຖານເມືອງທ່ອງທ່ຽວສະອາດ
ອາຊຽນ - ຄູປະເມີນມາດຕະຖານໂຮງແຮມຂຽວອາຊຽນ
- ຄູປະເມີນມາດຕະຖານການບໍລິການສະປາອາຊຽນ
ທ່ານ ນາງ ຈໍາພອນ ວົງສາ
- ຄູປະເມີນມາດຕະຖານເມືອງທ່ອງທ່ຽວສະອາດ
ອາຊຽນ - ຄູປະເມີນລາງວັນການທ່ອງທ່ຽວແບບຍືນຍົງ
ອາຊຽນ
ທ່ານ ວົງແກ້ວ ສີອໍາພອນ
- ຄູປະເມີນມາດຕະຖານເມືອງທ່ອງທ່ຽວສະອາດ
ອາຊຽນ
ຄູປະເມີນມາດຕະຖານລະດັບຊາດ
ທ່ານ ນາງ ອາລູຊີ ຈັນທະບູລີ
- ຄູປະເມີນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນລະດັບຊາດ
ທ່ານ ພາຍຸສະຫວັນ ເດດລັດຕະນະ
- ຄູປະເມີນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນລະດັບຊາດ
ສະຖານທີ່ສາທາລະນະ, ຫ້ອງນໍ້າສາທາລະນະ, ສະຖານທີ່ທ່ອງທ່ຽວ, ແຄມຖະໜົນຫຼັກໄດ້ຮັບການບໍາລຸງຮັກສາ ແລະ ທໍາຄວາມສະອາດເປັນປົກກະຕິ.
ມີພາກສ່ວນຮັບຜິດຊອບເກັບມ້ຽນຂີ້ເຫຍື້ອ ແລະ ມີການເກັບຂີ້ເຫຍື້ອເປັນປະຈໍາ, ມີຖັງເກັບມ້ຽນຂີ້ເຫຍື້ອແບບແຍກປະເພດຂີ້ເຫຍື້ອພຽງພໍ, ມີສະໜາມເກັບມ້ຽນຂີ້ເຫຍື້ອ ແລະ ລະບົບບໍາບັດນໍ້າເປື້ອນ, ບັນດາຫົວ ໜ່ວຍທຸລະກິດທ່ອງທ່ຽວ ແລະ ປະຊາຊົນ ມີສ່ວນຮ່ວມໃນການກຳຈັດສິ່ງເສດເຫຼືອ, ມີການສົ່ງເສີມນໍາເອົາສິ່ງເສດເຫຼືອມາໃຊ້ຄືນໃໝ່.
ມີການໂຄສະນາສ້າງຈິດສໍານຶກຜ່ານທາງຊ່ອງຕ່າງໆ ໃຫ້ແກ່ປະຊາຊົນທ້ອງຖິ່ນ, ບັນດາຫົວໜ່ວຍທຸລະກິດທ່ອງທ່ຽວ ແລະ ນັກທ່ອງທ່ຽວ ໃນການປົກປັກຮັກສາສິ່ງແວດລ້ອມ ແລະ ຮັກສາຄວາມສະອາດ.
ມີພື້ນທີ່ຈັດສັນເປັນພື້ນທີ່ສີຂຽວ-ສວນສາທາລະນະ, ມີການມອບໝາຍພາກສ່ວນຮັບຜິດຊອບໃນການປົກປັກຮັກສາ ແລະ ຄຸ້ມຄອງພື້ນທີ່ສີຂຽວ ໂດຍມີການນຳໃຊ້ລະບົບແສງສະຫວ່າງແບບປະຢັດພະລັງງານ ແລະ ລະບົບຮ່ອງລະບາຍນໍ້າທີ່ເປັນມິດຕໍ່ສິ່ງແວດລ້ອມ.
ໃນຕົວເມືອງ ຕ້ອງມີສູນປິ່ນປົວສຸຂະພາບ, ຮ້ານຂາຍຢາທີ່ພຽງພໍ, ມີລະບຽບທາງດ້ານສຸຂະອານາໄມ ແລະ ຕິດຕາມກວດກາຄຸນນະພາບຢູ່ບັນດາຮ້ານອາຫານ ແລະ ເຄື່ອງດື່ມເປັນປົກກະຕິ, ມີຕໍາຫຼວດ (ໂດຍສະເພາະຕໍາຫຼວດທ່ອງທ່ຽວ) ຢູ່ໃນຕົວເມືອງຢ່າງພຽງພໍ, ນໍາໃຊ້ກົດລະບຽບ, ມາດຕະການໃນການປ້ອງກັນອາຊະຍາກໍາ ແລະ ຮັບມືກັບຄວາມສ່ຽງ ແລະ ວິກິດການຕ່າງໆ.
ມີແຜນແມ່ບົດພັດທະນາ ແລະ ຄຸ້ມຄອງການທ່ອງທ່ຽວ ແລະ ໄດ້ຮັບການຈັດຕັ້ງປະຕິບັດ, ມີສູນຂໍ້ມູນທ່ອງທ່ຽວ, ປ້າຍຊີ້ບອກ ແລະ ແຜນທີ່ທ່ອງທ່ຽວ, ມີສູນການຄ້າ ແລະ ຮ້ານຂາຍເຄື່ອງທີ່ລະນືກ, ມີສະຖານທີ່ພັກຜ່ອນ ຫຼື ສະຖານທີ່ທ່ອງທ່ຽວ, ມີການສໍາຫຼວດຄວາມເພີ່ງພໍໃຈຂອງນັກທ່ອງທ່ຽວ ແລະ ອື່ນໆ