
ມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມຂອງ ສປປ ລາວ
ການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມແມ່ນການທ່ອງທ່ຽວຮູບແບບໜື່ງທີ່ ເຮັດໃຫ້ຊຸມຊົນທ້ອງຖີ່ນສາມາດກໍານົດ ແລະ ຮັບປະກັນການພັດທະນາເສດຖະກິດ-ສັງຄົມໃນຊຸມຊົນໃຫ້ມີຄວາມຍືນຍົງ ໂດຍການຈັດຕັ້ງ ປະຕິບັດບັນດາກິດຈະກໍາຕ່າງໆເຊັ່ນ: ການຈັດງານບຸນປະເພນີ, ວິຖີຊີວິດ, ການອະນຸລັກຊັບພະຍາກອນທໍາມະ ຊາດ, ວັດທະນະທໍາ, ການສົ່ງເສີມການມີສ່ວນຮ່ວມລະຫວ່າງນັກທ່ອງທ່ຽວ ແລະ ຊຸມຊົນທ້ອງຖີ່ນໄດ້ຜົນປະໂຫຍດຮ່ວມກັນ. ໃນນັ້ນ, ການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມຍັງລວມເຖິງບັນດາກິດຈະກໍາການທ່ອງ ທ່ຽວເຊັ່ນ: ການທ່ອງທ່ຽວພະຈົນໄພ, ການທ່ອງທ່ຽວທາງດ້ານທໍາມະຊາດ, ການທ່ອງທ່ຽວທາງດ້ານວັດທະນະທໍາ, ການທ່ອງທ່ຽວທາງດ້ານປະຫວັດສາດ ແລະ ການທ່ອງທ່ຽວທາງດ້ານກະສິກໍາ. ເຖິງແນວໃດກໍຕາມ, ການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ຈະຕ້ອງມີຜະລິດຕະພັນ ແລະ ການບໍລິການຈາກຊຸມຊົນທ້ອງຖີ່ນ ເພື່ອ ເປັນການກະຈາຍລາຍໄດ້ໃຫ້ແກ່ ທຸກພາກສ່ວນທີ່ຕິດພັນກັບການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ບໍ່ວ່າຈະ ເປັນຊຸມຊົນໃນເຂດຕົວເມືອງ ຫຼື ຊຸມຊົນໃນເຂດຊົນນະບົດ.

