
ມາດຕະຖານຈັດລະດັບສະຖານທີ່ທ່ອງທ່ຽລະດັບຊາດ

ສະຖານທີ່ທ່ອງທ່ຽວລະດັບຊາດ


ສະຖານທີ່ທ່ອງທ່ຽວລະດັບແຂວງ/ນະຄອນຫຼວງ

ສະຖານທີ່ທ່ອງທ່ຽວລະດັບແຂວງ/ນະຄອນຫຼວງ

ສະຖານທີ່ທ່ອງທ່ຽວລະດັບຊຸມຊົນ

ມາດຕະຖານການຈັດລະດັບສະຖານທີ່ທ່ອງທ່ຽວ
ໝາຍເຖິງ ການຈັດລະດັບສະຖານທີ່ທ່ອງທ່ຽວທີ່ໄດ້ຮັບການພັດທະນາ ແລະ ມີການບໍລິການແລ້ວ ຊຶ່ງປະກອບມີສະຖານທີ່ທ່ອງທ່ຽວລະດັບຊາດ, ລະດັບແຂວງ/ນະຄອນຫຼວງ ແລະ ລະດັບຊຸມຊົນ. ມີການກໍານົດການແບ່ງຂັ້ນຄຸ້ມຄອງ ແລະ ການປະເມີນແຕ່ລະລະດັບ. ນອກຈາກນັ້ນການຈັດລະດັບມາດຕະຖານເພື່ອຈັດລະດັບຄຸນນະພາບຂອງສະຖານທີ່ທ່ອງທ່ຽວທຸກປະເພດໃຫ້ໄດ້ມາດຕະຖານ ຊ່ວຍເຮັດໃຫ້ທຸກພາກສ່ວນທີ່ພັດທະນາ, ບໍລິຫານຄຸ້ມຄອງ ແລະ ສົ່ງເສີມການທ່ອງທ່ຽວ ມີຄວາມເຂົ້າໃຈທີ່ຖືກຕ້ອງຊັດເຈນເປັນເອກະພາບກັນໃນການພັດທະນາສະຖານທີ່ ໂດຍຖືເອົາຄວາມຕ້ອງການຂອງນັກທ່ອງທ່ຽວເປັນຫຼັກ.
ລາຍະອຽດການຈັດລຳດັບ
ມາດຕະຖານການຈັດລະດັບສະຖານທີ່ທ່ອງທ່ຽວ
ການໃຫ້ຄະແນນ ຂອງແຕ່ລະລາຍການທີ່ປະເມີນ ແມ່ນອີງໃສ່ສະພາບຕົວຈິງຂອງສະຖານທີ່ທ່ອງທ່ຽວໃນເວລາທີ່ຄະນະຮັບຜິດຊອບການປະເມີນມາດຕະຖານການຈັດລະດັບ, ໂດຍອິງຕາມແຕ່ລະມາດຕະຖານເງື່ອນໄຂທີ່ໄດ້ກຳນົດໄວ້ ໂດຍຄະນະຮັບຜິດຊອບຈະເປັນຜູ້ປະເມີນຜົນເບິ່ງລາຍລະອຽດຕົວຈິງໃນແຕ່ລະເງື່ອນໄຂຢ່າງລະອຽດ ແລະ ໃຫ້ຄະແນນຕາມຄວາມເປັນຈິງດ້ວຍຄວາມເປັນເອກະພາບກັນ, ໃນນີ້ການກຳນົດຫຼັກການ ການໃຫ້ຄະແນນແມ່ນປະກອບດ້ວຍ 5 ລະດັບ (ແຕ່ 5 – 1) ລາຍລະອຽດມີດັ່ງນີ້:
- ຄະແນນ 5: ດີຫຼາຍ: ສໍາລັບຄະແນນ 5 ແມ່ນຄະແນນສູງສຸດ, ສໍາລັບເງື່ອນໄຂທີ່ຈະໄດ້ຄະແນນ 5 ແມ່ນຕ້ອງຢູ່ໃນລະດັບທີ່ດີທີ່ສຸດ, ມີຄວາມອຸດົມສົມບູນ, ມີຄວາມໂດດເດັ່ນ, ເປັນເອກະລັກແທ້ຈິງ, ມີສິ່ງອຳນວຍຄວາມສະດວກທີ່ດີ, ຖືກຕ້ອງຕາມມາດຕະຖານທີ່ໄດ້ກຳນົດໄວ້ຢ່າງໜ່ອຍ 95%, ມີຂໍ້ຂາດຕົກບົກຜ່ອງໜ່ອຍທີ່ສຸດ.
- ຄະແນນ 4: ດີ: ຄະແນນ 4 ເປັນຄະແນນໃນລະດັບດີ, ຊຶ່ງເງື່ອນໄຂທີ່ຈະໄດ້ຄະແນນ 4 ທຸກຢ່າງຕ້ອງຢູ່ໃນ ສະພາບດີ, ຖືກຕາມລາຍລະອຽດທີກຳນົດໄວ້ຢ່າງໜ່ອຍ 80%
- ຄະແນນ 3: ພໍໃຊ້ໄດ້: ຄະແນນ 3 ເປັນຄະແນນໃນລະດັບປານກາງ, ສຳລັບເງື່ອນໄຂທີຈະໄດ້ຄະແນນ 3 ແມ່ນຕ້ອງຢູ່ໃນສະພາບປົກກະຕິ, ສາມາດນຳໃຊ້ໄດ້ໃນລະດັບພື້ນຖານ - ຄະແນນ 2: ອ່ອນ: ຄະແນນ 2 ເປັນຄະແນນອ່ອນ, ບໍ່ຖືກຕ້ອງຕາມລາຍລະອຽດທີ່ໄດ້ກຳນົດໄວ້ໃນ ແຕ່ລະເງື່ອນໄຂ, ບໍ່ສາມາດນຳໃຊ້ໄດ້
- ຄະແນນ 1: ອ່ອນຫຼາຍ: ຄະແນນ 1 ເປັນຄະແນນຕໍ່າສຸດ, ທີ່ບໍ່ໄດ້ຕາມເງຶ່ອນໄຂມາດຕະຖານ ແລະ ບໍ່ສາມາດນຳໃຊ້ໄດ້ ແມ່ນຈະໄດ້ຄະແນນ 1
ພາຍຫຼັງທີໄດ້ປະເມີນ ແລະ ໃຫ້ຄະແນນແຕ່ລະເງື່ອນໄຂເປັນທີຮຽບຮ້ອຍແລ້ວຈຶ່ງນຳເອົາຄະແນນທັງໝົດ ຂອງແຕ່ລະມາດຕະຖານມາລວມກັນ, ຊຶ່ງຜົນຄະແນນທີ່ໄດ້ຮັບການປະເມີນນັ້ນຈະມາສົມທຽບກັບເກນຄະແນນຂອງແຕ່ລະລະດັບຈຶ່ງສາມາດລະບຸໄດ້ວ່າສະຖານທີ່ທ່ອງທ່ຽວທີ່ໄດ້ປະເມີນນັ້ນຈັດຢູ່ໃນລະດັບໃດ
